ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ປຶກ​ສາ​ຫາ​ລື​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ວັນທີ 11 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລັດເຊຍ John Sullivan ຢູ່ ມົດສະກູ.
ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ປຶກ​ສາ​ຫາ​ລື​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: AFP/TTXVN)

ສະຖານທູດ ອາເມລິກາ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຮັກສາຄຳໝັ້ນສັນຍາເປີດບັນດາຊ່ອງທາງຕິດຕໍ່ພົວພັນກັບ ລັດຖະບານ ລັດເຊຍ ເພື່ອແນໃສ່ຊຸກຍູ້ຜົນປະໂຫຍດຂອງ ອາເມລິກາ ກໍ່ຄືຫຼຸດຜ່ອນຄວາມສ່ຽງໃນການເຂົ້າໃຈຜິດລະຫວ່າງສອງປະເທດ.

        ໃນຂະນະນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ກໍ່ຍົກອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ໄດ້ປຶກສາຫາລືກັບທ່ານ ເອກອັກຄະລັດຖະທູດ John Sullivan ບັນດາບັນຫາໃນການພົວພັນສອງຝ່າຍ, ແຕ່ບໍ່ໃຫ້ຮູ້ຕື່ມອີກກ່ຽວກັບຂໍ້ມູນລະອຽດ ການພົບປະ.

ຕອບກັບ

ຂ່າວ/ບົດ​ອື່ນ