ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Nguyen Thanh Son ເຮັດວຽກຢູ່ຈີນ
ທ່ານ Nguyen Thanh Son ພົບປະກັບທ່ານ ຢາງເຈຍຊື້
( vovworld ) – ໃນຂອບເຂດການຢ້ຽມຢາມຈີນ ແຕ່ວັນທີ 20-26/5, ວັນທີ 25/5, ທ່ານ Nguyen Thanh Son ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ພົບປະກັບທ່ານ ຢາງເຈຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ. ທີ່ການພົບປະ, ທ່ານລັດຖະມົນຕີ ຢາງເຈຍຊື້ ໄດ້ຕີລາຄາສູງໝາກຜົນຂອງເວທີປາໄສຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຫວຽດນາມ-ຈີນ ຈັດຂຶ້ນຢູ່ປັກກີງ ແຕ່ວັນທີ 20-23/5 ທີ່ຜ່ານມາ. ສ່ວນທ່ານຮອງລັດຖະມົນຕີ Nguyen Thanh Son ສະແດງຄວາມປາດຖະໜາວ່າ ສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມລະຫວ່າງສອງປະເທດຈະນັບມື້ນັບໄດ້ຮັບການພັດທະນາ. ນອກຈາກນັ້ນແລ້ວ, ທ່ານຮອງລັດຖະມົນຕີ Nguyen Thanh Son ຍັງໄດ້ພົບປະກັບຊາວຫວຽດນາມ ອາໄສຢູ່ປັກກີງ. ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີ Nguyen Thanh Son ໄດ້ເນັ້ນໜັກເຖິງ ແຜນນະໂຍບາຍ, ນະໂຍບາຍ ພ້ອມກັບຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ທີ່ມີຕໍ່ວົງຄະນາຍາດຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ. ທ່ານຢືນຢັນວ່າ: ຊາວຫວຽດນາມ ອາໄສຢູ່ປັກກີງ ທຸກຊັ້ນຄົນ ຈະແມ່ນຜູ້ຕາງໜ້າ, ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ກໍ່ຄືມູນເຊື້ອຮັກຫອມສັນຕິພາບ ແລະ ສີສັນຂອງຊາວຫວຽດນາມ.