ຮອງລັດຖະມົນຕີການຕ່າງປະເທດວູຮົ່ງນາມເຮັດວຽກກັບກະຊວງການຕ່າງປະເທດມຽນມາ

ຮອງລັດຖະມົນຕີການຕ່າງປະເທດວູຮົ່ງນາມເຮັດວຽກກັບກະຊວງການຕ່າງປະເທດມຽນມາ - ảnh 1
(ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ວູ​ຮົ່ງ​ນາມ
ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາງ San Suu Kyi, ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 25 – 26/05, ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ວູ​ຮົ່ງ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ມຽນ​ມາ ເພື່ອ​ແນ​ໃສ່​ຊູກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເວົ້າລວມ ແລະ 2 ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວົ້າ​​ສະ​ເພາະ ໃນ​ສະ​ພາບ​ທີ່​​ພັກສະ​ຫະ​ພັນ​ແຫ່ງ​ຊາດເພື່ອ​ປະ​ຊາ​ທ​ິ​ປະ​ໄຕ (NLD) ຫາກ​ໍ​ຂຶ້ນ​ກຳ​ອຳ​ນາດ ແລະ ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ໃນ​ວັນ​ທີ 01/04 ຜ່ານ​ມາ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ວູ​ຮົ່ງ​ນາມ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ການ​ນຳຂັ້ນ​​ສູນ​ຫຼາຍ​ທ່ານ​ຂອງ​ປະ​ເທດນີ້.

        ທີ່​ບັນ​ດາ​ການ​ເຈ​ລະ​ຈາ ແລະ ປຶກ​ສາ​ຫາ​ລື, ທ່ານຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ວູ​ຮົ່ງ​ນາມ ຢືນຢ​ັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກ​ໍ່​ເຄົາ​ລົບ ແລະ ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ຫວຽດ​ນາມ - ມຽນມາ ໃນ 4 ທົດ​ສະ​ວັດ​ຜ່ານ​ມາ; ​ຊີ້​ແຈ້ງ​ບາງ​ຜົນ​ງານ​ພົ້ນ​ເດັ່ນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີມໍ່​ໆ​ມານີ້ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ 2 ປະ​ເທດ… 2 ຝ່າຍ​ຢືນ​ຢັນ​ວ່າ ຈະ​ສົມ​ທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນ ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ກໍ​ຄື 12 ຂົງ​ເຂດ​ໃຫ້​ບຸ​ລິ​ມະ​ສິດ (ທີ່​ໄດ້​ຍົກ​ອອກ​ມາ​ໃນ​ຖະ​ແຫຼງ​ກາ​ນ​ຮ່ວ​ມ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ 2010), ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ, ເພີ່​ມ​ທະ​ວີ​ການ​ຈັດ​ຕ​ັ້ງບັນ​ດາ​ການ​ເຄື່ອ​ນ​ໄຫວ​ສົ່ງ​ເສີມ​ການ​ທ່​ອງ​ທ່ຽວ ແລະ ລົງ​ທຶນ ເພື່ອ​ຊ່ວຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ; ເພີ່ມ​ທະ​ວ​ີ​ຄ​ວາມ​ສາ​ມັກ​ຄີ​ໃນ​ປະ​ຊາ​ຄົມ​ອາ​ຊຽນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ກໍ​ຄື​ບັນ​ດາ​ກົນ​ໄກ​ຮ່ວມ​ມື​​ໃນ​ອະ​ນຸ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ