ຮອດປີ 2020, ຈະມີ 1 ລ້ານຄົນ ໄດ້ຮັບການບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ

ຮອດປີ 2020, ຈະມີ 1 ລ້ານຄົນ ໄດ້ຮັບການບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​​ແຫຼ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ສົມ​ທົບ​ກັບ​ກະຊວງ​ບໍລິຫານ ​ແລະ ຄວາມ​ໝັ້ນຄົງ​ສາທາລະນະ ​ສ.​ເກົາຫຼີ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ມູນ​ຂ່າວສານ ຫວຽດນາມ - ສ.​ເກົາຫຼີ, ອັນ​ໄດ້​ດຶງ​ດູດ​​ຜູ້​ແທນ​ປະມານ 150 ທ່ານ​ທີ່​ມາ​ຈາກ​ອົງການ​ລັດຖະບານ, ສະຫະ​ສະມາຄົມ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ​ເຂົ້າ​ຮ່ວມ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ແນະນຳ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດເຕັກ​ໂນ​ໂລ​ຊີ​ ​ແລະ ຂໍ້​ມູນຂ່າວສານຂອງ​ຫວຽດນາມ ​ແລະ ສ.​ເກົາ​ຫີຼ, ບົດບາດ​ຊຸກຍູ້, ສົ່ງ​ເສີມ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ສະຫະ​ສະມາຄົມ. ບັນດາ​ຜູ້​ແທນ​ກໍ​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ກາລະ​ໂອກາດ​ການຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ ​ແລະ ຂໍ້​ມູນຂ່າວສານລະຫວ່າງ ​ຫວຽດນາມ ​ແລະ ສ.​ເກົາ​ຫີຼ.

ຂ່າວ/ບົດ​ອື່ນ