ຮອດປີ 2021, ຕ້ອງມີ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່

ຮອດປີ 2021, ຕ້ອງມີ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນ​ນິງ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນນະບົດ​ໃໝ່, ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ການ​​ປັບປຸງ​ມາດຖານ ​ແລະ ຍ້ອງຍໍ, ໜູນ​ຊ່ວຍ​ຕາ​ແສງ​ທຸກ​ຍາກ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປຶກສາ​ຫລື​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ປັບປຸງ, ​ເພີ່ມ​​ເຕີມ​ບັນດາ​ມາດຕະຖານກ່ຽວ​ກັບ​ຊົນນະບົດ​ໃໝ່ ​ເພື່ອ​ຫຼີກລ້ຽງ​ການ​ຟຸມ​ເຟືອ​ຍ​ໃນ​ການ​ປະຕິບັດ​ແຫຼ່ງກຳລັງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກ​ຮ້ອງ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກວດກາ ​ເພື່ອ​ເພີ່​ມ​ເຕີມ​ໃຫ້ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ຕ້ອງ​ຕັດ​ສິນ​ໃຈມຸ່ງ​ໄປ​ເຖິງ​ຄາດໝາຍ 50 % ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນ​ນະ​ບົດ​ໃໝ່​​ໃນ​ປີ 2021.

ຂ່າວ/ບົດ​ອື່ນ