ຮອດປີ2020ມີພົນລະເມືອງ 90%ເຂົ້າຮ່ວມປະກັນສຸຂະພາບ
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ
ເຮັດວຽກ ກັບອົງການປະກັນສັງຄົມຫວຽດນາມ
(ພາບ: baobaohiemxahoi.vn)
(vovworld) – ຕອນບ່າຍ ວັນທີ 15/8, ຢູ່ຮ່າໂນ້ຍ, ກ່າວຄວາມເຫັນ ທີ່ການເຮັດວຽກ ກັບອົງການປະກັນສັງຄົມຫວຽດນາມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ນະໂຍບາຍປະກັນຊີວິດສັງຄົມ ເປັນມາດຕະການວັດແທກລະດັບການພັດທະນາ ຂອງປະເທດຊາດ. ດັ່ງນັ້ນ, ການປະຕິບັດນນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບໃຫ້ດີ ແມ່ນຄາດໝາຍເຊິ່ງອົງການປະກັນສັງຄົມຫວຽດນາມ ແລະ ບັນດາກະຊວງຂະແໜງທີ່ກ່ຽວຂ້ອງ ຈຳເປັນຕ້ອງສືບຕໍ່ຜັນຂະຫຍາຍປະຕິບັດ. ເພື່ອບັນລຸໄດ້ຄາດໝາຍ ຮອດປີ 2020 ມີ ພົນລະເມືອງ 90% ເຂົ້າຮ່ວມປະກັນສຸຂະພາບ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີ ອົງການປະກັນສັງຄົມຫວຽດນາມ ສົມທົບກັບ ກະຊວງສາທາລະນະສຸກ ຍົກສູງຄຸນນະພາບການກວດປິ່ນປົວພະຍາດ, ປັບປຸງລະບຽບການບໍລິຫານ ໃນບົ່ງມະຕິ, ກວດປິ່ນປົວພະຍາດ ດ້ວຍປະກັນສຸຂະພາບ, ເພີ່ມທະວີການໂຄສະນາ ກ່ຽວກັບຜົນປະໂຫຍດ ຂອງປະກັນສຸຂະພາບ ເພື່ອດຶງດູດປະຊົນຊົນຫຼາຍຄົນເຂົ້າຮ່ວມປະກັນສຸຂະພາບ. ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີ ອົງການປະກັນສັງຄົມຫວຽດນາມ ຈຳເປັນຕ້ອງສືບຕໍ່ຊອກຫາມາດຕະການ ເພື່ອໃຫ້ກວ່າ 2 ລ້ານຄົນ ໃນຈຳນວນ ກວ່າ 10 ລ້ານຄົນ ທີ່ມີສັນຍາແຮງງານ ໄດ້ເຂົ້າຮ່ວມປະກັນສົງຄົມ.