ຮາກຖານແນວພັນກຸ້ງບັນລຸມາດຖານປອດໂລກລະບາດແຫ່ງທຳອິດຢູ່ຫວຽດນາມຕາມການກຳນົດຂອງອົງການ OIE

(VOVWORLD) -ຕອນເຊົ້າວັນທີ 25 ພະຈິກ, ຢູ່ແຂວງ ບາກລຽວ, ກົມສັດຕະວະແພດ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ປະກາດຂໍ້ຕົກລົງຮັບຮອງເອົາຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ຢູ່ຕາແສງ ຍ່າມາດ, ນະຄອນບາກລຽວ, ບັນລຸມາດຖານປອດໂລກລະບາດ ຕາມຂໍ້ກຳກົດຂອງອົງການສັດຕະວະແພດໂລກ (OIE).

ຮາກຖານແນວພັນກຸ້ງບັນລຸມາດຖານປອດໂລກລະບາດແຫ່ງທຳອິດຢູ່ຫວຽດນາມຕາມການກຳນົດຂອງອົງການ OIE - ảnh 1ຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ບັນລຸມາດຖານປອດໂລກລະບາດ

(ພາບ: laodong.vn)

ນີ້ແມ່ນຮາກຖານທຳອິດ ແລະ ໜຶ່ງດຽວຢູ່ຫວຽດນາມ ບັນລຸມາດຖານທີ່ເຄັ່ງຄັດນີ້.

        ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ແລ້ວ: ນັບແຕ່ປີ 2015, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ນຳຢ່າງຂ້ຽວຂາດ ແລະ ມອບໃຫ້ກົມສັດຕະວະແພດ ເປັນເຈົ້າການສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງບາກລຽວ ໜູນຊ່ວນກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ຈັດຕັ້ງການສ້າງລະບົບລ້ຽງກຸ້ງປອດໂລກລະບາດໃນບໍລິເວນແຂວງ.

        ມາຮອດປະຈຸບັນ, ພາຍຫຼັງມານະພະຍາຍາມປະຕິບັດເປັນເວລາ 2 ປີ, ຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ໄດ້ຕອບສະໜອງມາດຖານ ປອດໂລກລະບາດ ຕາມການກຳນົດຂອງອົງການ OIE.

ຕອບກັບ

ຂ່າວ/ບົດ​ອື່ນ