ຮ່າງລັດຖະທຳມະນູນໃຫມ່ຂອງໄທຍົກເລີກກົດໝາຍວ່າດ້ວຍການອະໄພຍະໂທດ
ນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ
ພາບ:vietnamplus.vn
|
(vovworld)-ວັນທີ 10/12, ໂຄສົກຄະນະກຳມະການຮຽບຮຽງລັດຖະທຳມະນູນໄທ ທ່ານ ເລີດສະຣັກ ຣັດຕະນາວານີດໃຫ້ຮູ້ວ່າ: ຄະນະກຳມະການຮຽບຮຽງລັດຖະທຳມະນູນໄທ ຈະບໍ່ລະບຸກົດໝາຍວ່າດ້ວຍການອະໄພຍະໂທດໄວ້ໃນຮ່າງລັດຖະທຳມະນູນໃຫມ່ ແຕ່ຈະສະເຫນີສ້າງຕັ້ງຄະນະກຳມະການ ຮັບຜິດຊອບການຊຸກຍູ້ຄວາມປອງດອງໄກ່ເກ່ຍຊາດ ຢູ່ ໄທ. ຄຳຖະແຫລງດັ່ງກ່າວຖືກ ຍົກອອກມາ ພາຍຫລັງອະນຸກຳມະການ ຂຶ້ນກັບຄະນະກຳມະການດັ່ງກ່າວ ສະເຫນີ ລົບລ້າງ ກົດໝາຍວ່າດ້ວຍການອະໄພຍະໂທດທັງໝົດ ຫລື ສ່ວນຫນຶ່ງໃຫ້ແກ່ບັນດາເປົ້າໝາຍກ່ຽວຂ້ອງເຖິງບັນດາການໂຮມຊຸມນຸມແຫ່ຂະບວນໃນໄລຍະລະອຽດ ເພື່ອຊຸກຍູ້ການປອງດອງໄກ່ເກຍຊາດ.