ຮ່າ​ຕີ໊ງ ຄວນ​ສູ້ຊົນກາຍ​ເປັນ​ແຂວງ​ຖືກ​ຈັດ​​ເຂົ້າໃນ Top 20 ແຂວງ, ນະ​ຄອນບັນ​ລຸລະ​ດັບ​ເຕີບ​ໂຕ​ສູງ​ສຸດໃນ​ທົ່ວ​ປະ​ເທດ

(VOVWORLD) -ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຕີ໊ງ ກ່ຽວກັບສະພາບພັດທະນາເສດຖະກິດ - ສັງຄົມໃນຕອນເຊົ້າວັນທີ 4 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ໝາກຜົນເຊິ່ງແຂວງຮ່າຕີ໊ງບັນລຸໄດ້ໃນການປະຕິບັດເປົ້າໝາຍ ການສະກັດກັ້ນ, ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ. 
ຮ່າ​ຕີ໊ງ ຄວນ​ສູ້ຊົນກາຍ​ເປັນ​ແຂວງ​ຖືກ​ຈັດ​​ເຂົ້າໃນ Top 20 ແຂວງ, ນະ​ຄອນບັນ​ລຸລະ​ດັບ​ເຕີບ​ໂຕ​ສູງ​ສຸດໃນ​ທົ່ວ​ປະ​ເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ໂດຍເຫັນດີຕໍ່ການກຳນົດທິດພັດທະນາຍຸດທະສາດຂອງແຂວງຮ່າຕີ໊ງ ໄລຍະ 2021 – 2030, ທ່ານ ຫງວຽນຊວັນຟຸກ ໄດ້ວາງອອກບາງບັນຫາຄືດັ່ງນີ້:

        ຂ້າພະເຈົ້າຕີລາຄາສູງຕໍ່ຄວາມຕັດສິນໃຈກ້າວຂຶ້ນຂອງແຂວງຮ່າຕີ໊ງ, ແຕ່ຂ້າພະເຈົ້າໄດ້ຕັ້ງ 3 ຄຳຖາມໃຫ້ແຂວງຮ່າຕີ໊ງຄື: ທີ 1 ແມ່ນ ໃນການປະຕິວັດອຸດສາຫະກຳ 4.0 ແລະ ພື້ນຖານເສດຖະກິດດີຈີຕອນ ແຂວງຮ່າຕີ໊ງຕ້ອງເຮັດຄືແນວໃດ? ພວກເຮົາຕ້ອງເຂົ້າໃຈສິ່ງດັ່ງກ່າວນີ້ ແລະ ປະຕິບັດການຫັນປ່ຽນໄດ້ນັ້ນແມ່ນສຳຄັນທີ່ສຸດ. ທີ່ 2 , ແຂວງຮ່າຕີ໊ງຕ້ອງມີຄວາມເຂົ້າໃຈ ແລະ ນຳໃຊ້ ສັນຍາການຄ້າເສລີ 13 ສະບັບຄືແນວໃດ? ປະຊາຊົນ ແລະ ວິສາຫະກິດ ເຂົ້າໃຈສິ່ງດັ່ງກ່າວແລ້ວບໍ່? ຈາກນັ້ນ ບັນດາການນຳຕ້ອງຊອກຫາທ່າໄດ້ປຽບໃນການພັດທະນາຂອງທ້ອງຖິ່ນ. ພວກເຮົາຄວນມີວິໄສທັດ, ຜ່ານນັ້ນຮັບເອົາການການປະກອບຄຳເຫັນ, ປັບປຸງເອກະສານເມື່ອດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ເສີມຂະຫຍາຍກຳລັງແຮງຈາກຂັ້ນຮາກຖານ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ