ຮ່າຢາງ ຕັ້ງໜ້າແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມ

ຮ່າຢາງ ຕັ້ງໜ້າແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມ - ảnh 1
(ພາບ​ປະ​ກອບ)

(vovworld)-​ ແຕ່​ວັນ​ທີ 01 ຫາ​ວັນ​ທີ ​03/8 ຄະ​ນະ​ປະ​ຕິ​ບັດງານ​ຂອງ​ສະ​​ພາຊົນ​ເຜົ່າຂອງ​ສະ​ພາ​ແຫ່ງ​ຊາດ ໂດຍ​ທ່ານ ຫຽວຽນ​ເລີມ​ແທ່ງ ຮອງ​ປະ​ທານ​ສະ​​ພາເປັນ​ຫົວ​ໜ້າ​ຄະ​ນະ​ ໄດ້ໄປກວດ​ກາ​ວຽກ​ງານແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ ຈາກພະຍຸ Rammasun ຢູ່​ແຂວງ ຮ່າ​ຢາງ ແລະ ຊອກ​ຫາ​​ບັນ​ດາ​ວິ​ທີ​ແກ້​ໄຂ​ ເພື່ອສັບ​ຊ້ອນ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ເຂດ​ທີ່​ເຄີຍ​ເກີດ​ໄພ​ທຳ​ມະ​ຊາດ, ພະ​ຍຸນໍ້າຖ້ວມ,    ດິນເຊາ​ະເຈື່ອນ​ເປັນ​ປົກ​ກະ​ຕິ. ເ​ມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ຢາງ ໃນ​ວັນ​ທີ 03/8, ທ່ານ ຫງວງນ​ເລີມແທ່ງ ຮຽກ​ຮ້ອງ​ໃຫ້​ແຂວງ​ຄວນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕ​ະ​ການ​​ສັບ​ຊ້ອນ​ເຮັດ​ໃຫ້​ສະ​ພາບ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ດັ່ງ​ກ່າວ​ເປັນ​ປົກ​ກະ​ຕິ. ບັນ​ດາ​ທ້ອງ​ຖິ່ນ​ຢູ່​ເຂດ​ດິນ​ເຊາະ​ເຈື່ອນ ຄວນ​ບຸ​ລິ​ມະ​ສິດ​ເນື້ອ​ທີ່​ດິນ​ທີ່​ສະ​ດວກ ເພື່ອ​ກໍ່​ສ້າງບັນ​ດາເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ຄືນ​ໃຫ​ມ່ ທັງ​ຮັບ​ໃຊ້​ວຽກ​ງານ​ປະ​ຊາ​ຊົນ ທັງ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ.

    ​ກ່ອນໜ້າ​ນັ້ນ, ຍ້ອນຜົນ​ສະ​ທ້ອນ​ຈາກ​ພ​ະ​ຍຸ ແຕ່​ວັນ​ທີ 19 ຫາ ວັນ​ທີ 22/7 ແຂວງ​ຮ່າ​ຢາງ, ມີ​ຝົ​ນ​ຕົກ​ໜັກ ​ກໍ່​ເຮັດ​ໃຫ້ເກີດ​ນໍ້​າແກ່ງຢູ່​ແມ່​ນ້ຳ​ໂລ. ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ທີ່​ເສຍ​ຊີວິດ 8 ຄົນ. ຄວາມ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຄາດ​ວ່າ​ເກືອບ 400 ຕື້​ດົ່ງ. ຄະ​ນະ​ປະ​ຕິ​ບັດ​ງານ​ກໍ່​ມາ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບາງຄອບ​ຄົວ​ທີ່​ຖືກ​ເສຍ​ຫາຍໜັກ​ຈາກ​ພະ​ຍຸ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ