(vovworld) - ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງຮ່າຢາງ, ຕອນເຊົ້າວັນທີ 23/04, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສະເໜີວ່າ ໃນປີ 2014, ແຂວງຮ່າຢາງ ຕ້ອງຂຸດຄົ້ນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນເປັນຢ່າງດີ, ຄວນຍູ້ແຮງວຽກງານການພົວພັນຕ່າງປະເທດ, ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດສັງຄົມ. ຄຽງຂ້າງນັ້ນ, ຮ່າຢາງ ຕ້ອງກວດກາຄືນການພັດທະນາບັນດາເຂດເສດຖະກິດດ່ານຊາຍແດນ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງຮ່າຢາງ ກັບບັນດາແຂວງໃນເຂດ; ຍູ້ແຮງການພັດທະນາເສດຖະກິດຜ່ານແລວເສດຖະກິດບັນດາເຂດທາງທິດຕາເວັນອອກ - ຕາເວັນອອກສ່ຽງເໜືອຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຕັກເຕືອນແຂວງຮ່າຢາງວ່າ ຕ້ອງເພີ່ມທະວີການພັດທະນາເສດຖະກິດຊາຍແດນກັບບັນດາທ້ອງຖິ່ນຂອງຈີນ; ປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຢ່າງມີປະສິດທິຜົນ; ເສີມຂະຫຍາຍການບໍລິການເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ ເພື່ອພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ແຂວງຮ່າຢາງ ຕ້ອງສືບຕໍ່ປະຕິບັດການຄຸ້ມຄອງຄົນງານທີ່ພວມດຳລົງຊີວິດຢູ່ບັນດາຕາແສງຕິດກັບຊາຍແດນເປັນຢ່າງດີ; ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ຄົນງານຊາວເຜົ່າສ່ວນໜ້ອຍ.