ຮ່າໂນ້ຍ ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ

(VOVWORLD) -  ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງຮັບໃຊ້ແຂກທ່ອງທ່ຽວ, ແນໃສ່ແນະນຳຄຸນຄ່າວັດທະນະທຳ ຮ່າໂນ້ຍ ໃຫ້ແຂກທ່ອງທ່ຽວ, ປະກອບສ່ວນຊຸກຍູ້ການຜະລິດຂອງໝູ່ບ້ານຫັດຖະກຳພື້ນເມືອງ ແລະ ຄ່ອຍໆເປັນການຢັ້ງຢືນທີ່ຕັ້ງຂອງເຄື່ອງທີ່ລະນຶກ ຫວຽດນາມ.
ຮ່າໂນ້ຍ ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ - ảnh 1 ຮ່າໂນ້ຍ ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ (ພາບ: TTXVN)

  ຕາມຂໍ້ມູນຂ່າວທີ່ກອງປະຊຸມໂອ້ລົມສົນທະນາລະຫວ່າງພະແນກທ່ອງທ່ຽວ ຮ່າໂນ້ຍ ກັບບັນດານັກສິລະປະການ, ຮາກຖານຜະລິດຢູ່ໝູ່ບ້ານຫັດຖະກຳ ຮ່າໂນ້ຍ, ດຳເນີນໃນຕອນບ່າຍວັນທີ 02 ມີນາ ໃຫ້ຮູ້ວ່າ: ຮ່າໂນ້ຍ ມີໝູ່ບ້ານຫັດຖະກຳພື້ນເມືອງປະມານ 1350 ແຫ່ງ, ໃນນັ້ນ ມີໝູ່ບ້ານຫັດຖະກຳພື້ນເມືອງດີເດັ່ນກ່ວາ 300 ແຫ່ງ. ທ່ານ ເຈິ່ນດຶກຫາຍ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ: ນັບແຕ່ເມື່ອນະຄອນປະຕິບັດການພັດທະນາທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳນັ້ນ ການຜະລິດເຄື່ອງທີ່ລະນຶກກໍ່ມີການຫັນປ່ຽນຫລາຍຢ່າງກ່ວາເກົ່າ. ເພື່ອພັດທະນາຢ່າງມີແບບມີແຜນນັ້ນ ຄວນມີການລົງທຶນກ່ວາອີກ, ຜະລິດຕະພັນຕ້ອງເໝາະ ສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວ…ພະແນກທ່ອງທ່ຽວ ຮ່າໂນ້ຍ ດ້ວຍບົດບາດເປັນອົງການຄຸ້ມຄອງການທ່ອງທ່ຽວ ຈະສ້າງເງຶ່ອນໄຂຢ່າງສຸດຂີດໃຫ້ແກ່ບັນດາໝູ່ບ້ານຫັດຖະກຳພັດທະນາຜະລິດຕະພັນເຄື່ອງທີ່ລະນຶກ ເພື່ອຮັບໃຊ້ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ