ຮ່າໂນ້ຍດຶງດູດທຶນ FDI ໄດ້ກວ່າ 1,7 ຕື້ USD

(VOVWORLD) -ຕອນເຊົ້າວັນທີ 31 ສິງຫາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມແລກປ່ຽນວຽກງານກັບບັນດາພະແນກ, ຂະແໜງ, ທ້ອງຖິ່ນ ເພື່ອຕີລາຄາໝາກຜົນໃນຊຸມເດືອນຕົ້ນປີ ແລະ ປຶກສາຫາລືທິດທາງ, ໜ້າທີ່ໃນຊຸມເດືອນທ້າຍປີ 2017.
ຮ່າໂນ້ຍດຶງດູດທຶນ FDI ໄດ້ກວ່າ 1,7 ຕື້ USD - ảnh 1 (ພາບປະກອບ: TTXVN)

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ເສດຖະກິດຂອງນະຄອນຫຼວງ ສືບຕໍ່ມີທ່າເຕີບໂຕໃນບັນດາຂົງເຂດຈຸດສຸມຄື: ອຸດສາຫະກຳ, ການຄ້າການບໍລິການ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ…

        ໃນໄລຍະ 8 ເດືອນ, ນະຄອນຮ່າໂນ້ຍ ໄດ້ຮັບ 114 ໂຄງການລົງທຶນນອກງົບປະມານ, ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 71.000 ຕື້ດົ່ງ; 22 ໂຄງການລົງທຶນຕາມຮູບການ PPP ດ້ວຍຍອດເງິນລົງທຶນ 60.000 ຕື້ດົ່ງ; ດຶງດູດ 1,74 ຕື້ USD ທຶນ FDI. ກ່າວຄຳເຫັນ ທີ່ກອງປະຊຸມແລກປ່ຽນວຽກງານ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ເນັ້ນໜັກວ່າ, ຮ່າໂນ້ຍ ໄດ້ເອົາໃຈໃສ່, ຊີ້ນຳ, ປະຕິບັດບັນດາມາດຕະການແກ້ໄຂໃໝ່ຢ່າງຄົບຊຸດ, ສ້າງເງື່ອນໄຂສະດວກສະບາຍໃຫ້ສ່ວນບຸກຄົນ, ວິສາຫະກິດທີ່ຢາກລົງທຶນເຂົ້າຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ