(vovworld) - ວັນທີ 24/6, ຄະນະພັກນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມສະຫຼຸບລາຍການສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນກຳລັງແກ່ງແຍ້ງ, ພັດທະນາເສດຖະກິດນະຄອນຫຼວງໃຫ້ເຕີບໂດຍໄວ ແລະ ໝັ້ນຄົງໃນໄລຍະ 2011-2015. ບັນດາຜູ້ແທນໄດ້ເຫັນດີເປັນເອກະສັນນຳກັນວ່າ, ໃນ 5 ປີຜ່ານມາ, ຄະນະພັກນະຄອນຮ່າໂນ້ຍ ໄດ້ສຸມໃສ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາເສດຖະກິດຂອງສູນກາງໃນການຮັກສາເສດຖະກິດມະຫາພາກເປັນປົກກິຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່. ເສດຖະກິດນະຄອນສືບຕໍ່ມີບາດກ້າວພັດທະນາຢ່າງໝັ້ນຄົງ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນເທ໋ຖາວ, ໃຫ້ຮູ້ວ່າ:
“ໃນສະເພາະໜ້າ, ຮ່າໂນ້ຍ ຕ້ອງແກ້ໄຂບັນດາຄວາມຫຍຸ້ງຍາກ, ເພື່ອສຸມໃສ່ຊຸກຍູ້ການດຳເນີນທຸລະກິດ, ຟື້ນຟູການຜະລິດ, ຮັກສາລາຄາເປັນປົກກະຕິ. ໃນໄລຍະຍາວຕ້ອງຖືເປັນສຳຄັນວຽກງານຈັດຕັ້ງຜັນຂະຫຍາຍທຸກມາດຕະການເພື່ອເສີມຂະຫຍາຍທ່າສະດວກ, ຄວາມສາມາດບົ່ມຊ້ອນ, ຈາກນັ້ນຍູ້ໄວເສດຖະກິດພຸມປັນຍາໃນທຸກຂົງເຂດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງເຕັກໂນໂລຢີສູງ, ການບໍລິການຄຸນນະພາບສູງ.“