ຮ່າໂນ້ຍເປັນເຈົ້າການສ້າງແຫຼ່ງຊັບພະຍາກອນມະນຸດແລະບຳລຸງສ້າງພະນັກງານໜຸ່ມ,ພະນັກງານຍິງ

ຮ່າໂນ້ຍເປັນເຈົ້າການສ້າງແຫຼ່ງຊັບພະຍາກອນມະນຸດແລະບຳລຸງສ້າງພະນັກງານໜຸ່ມ,ພະນັກງານຍິງ - ảnh 1
ພາບປະກອບ

(vovworld) –  ​ໂດຍ​ປະຕິ​ບັດຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໄລຍະ 2011 – 2020, ນະຄອນ ຮ່າ​ໂນ້ຍ ຈະ​​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ແມ່​ຍິງ, ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່​ຍິງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງ​ກາລະ​ໂອກາດ​ເຂົ້າ​ຮ່ວມ ​ແລະ ​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ ​- ຊາຍ. ​ໂດຍລະອຽດ​ຄື, ປີ 2016, ຮ່າ​​ໂນ້ຍ ​ເປັນ​ເຈົ້າ​ການ​ພົບ​​ເຫັນ, ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ, ວາງ​ແຜນ, ບຳລຸງ​ສ້າງ​ພະນັກງານ​ໜຸ່ມ, ພະນັງ​ງານ​ຍິງ. ພ້ອມ​ກັນ​ນັ້ນ, ສະ​ເໜີ, ​ແຕ່ງ​ຕັ້ງພະນັກງານ​ໜຸ່ມ, ພະນັກງານ​​ຍິງທີ່​ມີ​ມາດຕະຖານ​ຢ່າງ​ພຽງພໍ​ເຂົ້າ​ຮ່ວມ​ການ​ສະໝັກຮັບ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ຄຽງຄູ່​ກັນນັ້ນ, ກໍ່ຈັດ​ຕັ້ງ​ການ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບ​ັດກົດ​ໝາຍ, ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ​ຊາຍ ​ແລະ ​ແມ່ຍິງ, ພົນ​​ເຫັນ, ສະ​ເໜີ​ແກ​້​ໄຂ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ຂົງ​ເຂດ​ຕ່າງໆ.

 


ຂ່າວ/ບົດ​ອື່ນ