ຮຽກ​ຮ້ອງ “ຊາວ​ຫວຽດ​ນາມ ໄປ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ” ແນ​ໃສ່​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ໄປ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ

(VOVWORLD) -ນີ້ແມ່ນວິທີແກ້ໄຂ ແນໃສ່ກະຕຸ້ນຄວາມຕ້ອງການດ້ານທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປທ່ອງທ່ຽວຢູ່ເຂດແຄວ້ນ ຕ່າງໆໃນທົ່ວປະເທດໃນສະພາບຫາກໍ່ກັບຄືນສູ່ປົກກະຕິພາຍຫຼັງໂລກລະບາດໂຄວິດ - 19. 
 ຮຽກ​ຮ້ອງ “ຊາວ​ຫວຽດ​ນາມ ໄປ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ” ແນ​ໃສ່​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ໄປ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ - ảnh 1ຂົວລອຍຄຳ - ສະຖານທີ່ທ່ອງທ່ຽວມີຊື່ສຽງຢູ່ດ່າໜັງ (ພາບປະກອບ: TTXVN)

        ວັນທີ 8  ພຶດສະພາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ປະກາດໃຊ້ແຜນການປຸກລະດົມໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”. ນີ້ແມ່ນວິທີແກ້ໄຂ ແນໃສ່ກະຕຸ້ນຄວາມຕ້ອງການດ້ານທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປທ່ອງທ່ຽວຢູ່ເຂດແຄວ້ນຕ່າງໆໃນທົ່ວປະເທດໃນສະພາບ ຫາກໍ່ກັບຄືນສູ່ປົກກະຕິພາຍຫຼັງໂລກລະບາດໂຄວິດ - 19. 

      ເວລາປະຕິບັດໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ແມ່ນແຕ່ວັນທີ 1 ມິຖຸນາ - 31 ທັນວາ 2020. ຕາມແຜນການແລ້ວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະສົມທົບກັບບັນດາທ້ອງຖິ່ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈັດຕັ້ງພິທີປຸກລະດົມໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ຢູ່ບາງບໍລິເວນ, ສະຖານທີ່ທ່ອງທ່ຽວຈຸດສຸມ.

ຕອບກັບ

ຂ່າວ/ບົດ​ອື່ນ