ເກຼັກ ກະກຽມການເລືອກຕັ້ງຄືນໃໝ່
ທ່ານອະດີດລັດຖະມົນຕີການເງິນທັງແມ່ນຫົວໜ້າພັກສັງຄົມ Evangelos Venizelos
( ພາບ: zimbio.com )
( vovworld ) – ພາຍຫຼັງການນຳຝ່າຍຊ້າຍຖືກປະລາໄຊໃນການເລືອກຕັ້ງເມື່ອວັນທີ 6/5 ຜ່ານມາ, ວັນທີ 8/5, ລັດຖະບານເກຼັກ ໄດ້ອອກແຈ້ງການຈັດຕັ້ງການເລືອກຕັ້ງຄືນໃໝ່. ຕາມເຈົ້າໜ້າທີ່ທ່ານໜື່ງຂອງລັດຖະບານປະເທດນີ້, ການເລືອກຕັ້ງຄັ້ງໃໝ່ອາດຈະດຳເນີນໃນວັນທີ 17/5 ທີ່ຈະມາເຖິງ. ກ່ອນໜ້ານັ້ນ, ດ້ວຍການປະລາໄຊຢ່າງໜັກໜ່ວງຂອງສອງພັກໃຫຍ່ທີສະໜັບສະໜູນບັນດາມາດຕະຖານກູ້ຊ່ວຍດ້ານການເງິນ, ເກຼັກ ອາດຈະອອກຈາກພາກພື້ນໃຊ້ສະກຸນເງິນເອີໂລລວມ. ວັນທີ 7/5, ທ່ານອະດີດລັດຖະມົນຕີກາຊວງການເງິນທັງແມ່ນຫົວໜ້າພັກສັງຄົມ Evangelos Venizelos ໄດ້ຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານຮ່ວມສຳພັນໃໝ່ເຊິ່ງລວມມີບັນດາພັກນິຍົມເອີລົບ. ແຕ່ຫຼາຍຄົນໄດ້ສະແດງຄວາມສົງໄສວ່າ ພັກປະຊາທິປະໄຕ ແລະ ພັກສັງຄົມ ອາດຈະສ້າງຕັ້ງສຳພັນທະມິດໃໝ່ໂດຍໄວ. ບັນດານັກໄຈ້ແຍກກໍສະແດງຄວາມສົງໄສວ່າ ການເລືອກຕັ້ງໃໝ່ຈະຊ່ວຍໃຫ້ສອງພັກນີ້ຍາດໄດ້ການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງກ່ວາ.