(vovworld) - ໜຶ່ງໃນບັນດາການກະທຳເຊິ່ງໄດ້ຮັບຖືວ່າແມ່ນບາດກ້າວທຳອິດ ເພື່ອປະຕິບັດຂໍ້ຕົກລົງເອົາການປະຕິຮູບຮັດເຂັມຄັດແລກບ້ວງເງິນກູ້ຊ່ວຍ ແຕ່ວັນທີ 20/07, ເກຼັກ ເລີ່ມເພີ່ມອັດຕາອາກອນມູນຄ່າເພີ່ມ (VAT) ສຳລັບບາງປະເພດສິນຄ້າ ແລະ ການບໍລິການ. ຕາມນັ້ນແລ້ວ, ອັດຕາອາກອນດັ່ງກ່າວຈະເພີ່ມຈາກລະດັບ 13% ຂຶ້ນເຖິງ 23%. ແລະກໍໃນວັນທີ 20/7, ບັນດາລະບົບທະນາຄານຂອງເກຼັກ ໄດ້ເປີດປະຕູຄືນໃໝ່ ພາຍຫຼັງ 3 ອາທິດຢຸດຕິການເຄື່ອນໄຫວ. ແຕ່ລະຄົນຮັບອະນຸຍາດໄດ້ຖອນເງິນຫຼາຍສຸດແມ່ນ 420 ເອີໂລ/ຄັ້ງ/ອາທິດ (ກ່ອນນີ້ແມ່ນ 60ເອີໂລ/ວັນ). ແຕ່ວ່າ, ບັນດາມາດຕະການຄວບຄຸມສ່ວນຫຼາຍຍັງໄດ້ຮັກສາຢູ່, ລວມທັງຢຸດຕິການໂອນເງິນໄປຍັງຕ່າງປະເທດ ແລະ ຢຸດຕິການເປີດບັນຊີເງິນຝາກໃໝ່.