ເກີດເຫດຂົວພັງຖະຫຼົ່ມຢູ່ອີຕາລີ: ຍັງບໍ່ທັນໃຫ້ຂ່າວກ່ຽວກັບພົນລະເມືອງຫວຽດນາມ ຖືກຮັບບາດເຈັບ
(VOVWORLD) -ສະຖານທູດຫວຽດນາມປະຈໍາອີຕາລີໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນ ຍັງບໍ່ທັນມີຂ່າວຄາວກ່ຽວກັບພົນລະເມືອງຫວຽດນາມຖືກຮັບບາດເຈັບໃນເຫດການດັ່ງກ່າວເທື່ອ.
ກໍາລັງກູ່້ໄພກູ້ຊີບພະຍາຍາມຊອກຫາຜູ້ປະສົບໄພ
(ພາບ:AFP/TTXVN)
|
ພາຍຫຼັງເກີດເຫດຂົວພັງຖະຫຼົ່ມຢູ່ເສັ້ນທາງຄວາມໄວສູງ A10 ໃນວັນທີ 14 ສິງຫາ ຢູ່ນະຄອນ Genoa, ເມືອງເອກຂອງເຂດ Liguria, ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດອີຕາລີ, ໄດ້ເຮັດໃຫ້ຢ່າງໜ້ອຍ 35 ຄົນເສຍຊີວິດ, ສະຖານທູດຫວຽດນາມປະຈໍາອີຕາລີ ໄດ້ຕິດຕໍ່ຫາບັນດາອົງການເຈົ້າໜ້າທີ່ອີຕາລີ ເພື່ອກໍາແໜ້ນສະພາບການ. ສະຖານທູດຫວຽດນາມປະຈໍາອີຕາລີໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນ ຍັງບໍ່ທັນມີຂ່າວຄາວກ່ຽວກັບພົນລະເມືອງຫວຽດນາມຖືກຮັບບາດເຈັບໃນເຫດການດັ່ງກ່າວເທື່ອ.
ກ່ອນໜ້ານັ້ນ,ເວລາ 12 ໂມງ ວັນທີ 14 ສິງຫາ (ຕາມເວລາທ້ອງຖິ່ນ), ທາງໄລຍະໜຶ່ງ ຍາວປະມານ 200 ແມັດ ຂອງຂົວ Morandi ຖືກພັງຖະຫຼົ່ມ ຢູ່ເທິງເສັ້ນທາງຄວາມໄວສູງ A10 ຕົກລົງໃສ່ລາງລົດໄຟ, ໂຮງງານ, ເຮືອນຈໍານວນຫຼາຍຫຼັງ ແລະ ລົດໂອໂຕປະມານ 20 ຄັນຖືກຜົນກະທົບໃນເຫດຂົວພັງຖະຫຼົ່ມດັ່ງກ່າວ.