ແຈໜຶ້ງໃນດ່ານກວດກາທີ່ຊານນະຄອນ Damascus ຂອງຊີຣີ
(ພາບ: AP)
|
(vovworld-) ວັນທີ 19/10, ໄດ້ເກີດເຫດວາງລະເບີດແບບສະຫຼະຊີບຢູ່ດ່ານກວດກາທີ່ຊານນະຄອນ Damascus ຂອງຊີຣີ, ອັນໄດ້ເຮັດໃຫ້ທະຫານ 16 ຄົນ ແລະ ມືປືນ 15 ຄົນເສຍຊີວິດ. ອົງການຕິດຕາມສິດທິມະນຸດຊີຣີ ທີ່ມີສຳນັກງານຕັ້ງຢູ່ອັງກິດໃຫ້ຮູ້ວ່າ ຜູ້ປະຕິບັດ ເຫດວາງລະເບີດແບບສະຫຼະຊີບຢູ່ດ່ານກວດກາ ທີ່ຊານນະຄອນ Damascus ແມ່ນສະມາຊິກຂອງແນວໂຮມ ອານນູສຣາ ທີ່ມີສາຍພົວພັນກັບເຄືອຂ່າຍ ອານກີດາ. ກ່ອນໜ້ານັ້ນ, ຢູ່ເທດສະບານເມືອງ ແທນອາຣານ ໃນແຂວງ ອາແລບໂປ ທາງພາກເໜືອຊີຣີ, ກໍໄດ້ເກີດການປະທະກັນລະຫວ່າງກຳລັງລັດຖະບານ ແລະ ກຳລັງຝ່າຍຄ້ານ ອັນໄດ້ເຮັດໃຫ້ 20 ຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນສາມັນຊົນ.