ເກືອບ 3 ຕື້ດົງສະໜັບສະໜູນຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ

ເກືອບ 3 ຕື້ດົງສະໜັບສະໜູນຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ - ảnh 1
ການຍ່າງ​​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນ
( ພາບ: thethaohcm.com.vn )


(vovworld) -     ​ເນື່ອງ​ໃນ​ໂອກ​າດສະ​ເຫຼີ​ມສະຫຼອງ 51 ປີ​ໄພ​ພິບັດ​ທາດພິດ​ສີ​ສົ້ມ​ດີ​ໂອ​ຊິນ​ຢູ່​ຫວຽດນາມ, ຕອນ​ຄໍ່​າວັນ​ທີ 5/8, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງສິນລະປະ​ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ຫວັງ​​ຢາກ​ມີຊີວິດ” ຄັ້ງ​ທີ 6. ນີ້​ແມ່ນ​ໜຶ່ງ​​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເດືອນ​ເຄື່ອນ​ໄຫວ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​​ໂອຊິນ ​ແລະ ​ຄົນພິການທີ່​ທຸກ​ຍາກ​ປີ 2012” ຂອງ​ສະພາກາ​ແດງ​ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ແນ​ໃສ່​ຂົນຂວາຍ​ແຫຼ່ງທຶນ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​ສີ​ສົ້ມ​ດີ​ໂອຊິນ. ຜ່ານ​ລາຍການ​ສິນລະປະ ​ແລະ ການຍ່າງ​​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນທີ່​ດຳ​ເນີນກ່ອນໜ້າ​ນັ້ນ, ບັນດາ​ຫົວໜ່ວຍ, ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ບໍລິຈາກເງິນໄດ້​ເກືອບ 3 ຕື້​ດົງ​ໃຫ້​ແກ່​ກອງ​ທຶນ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນ, ສະພາ​ກາ​ແດງ​ນະຄອນ​ໂຮ່ຈິ​ມິນ. ທ່ານ​ນາງ Nguyen Thi Hue, ປະທານ ສະພາ​ກາ​ແດງ​ນະຄອນ​ໂຮ່ຈິ​ມິນ, ​ໃຫ້​ຮູ້​ວ່າ.

        “ພວກຂ້າພະ​ເຈົ້າ​ເຫັນ​ວ່າ, ຄຸນນະ​ທາດ, ມະ​ນາຈິດ, ​ເຈດ​ຈຳນົງ​ຂອງ​ບັນດາ​ຜູ້​ ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນແມ່ນ​ດີ​ຫຼາຍ. ​ເຂົ້າ​ເຈົ້າ​ໄດ້​ພ້ອມ​ກັບພວກ​ຂ້າພະ​ເຈົ້າ​ປຶກສາ​ຫາລື​ເພື່ອ​ປົວ​​​ແປງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ກໍ​ຄື​ສຸຂະພາບ​​ໃຫ້ຄອບຄົວ​ຂອງ​ຕົນ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງບັນດາ​ວິ​ສາ​ຫະກິດທີ່​ໄດ້​ ຊອກ​ຫາ​ວິທີ​ຊ່ວຍ​ເຫຼືອ​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈຫຼາຍ​ຕໍ່​ນ້ຳ​ໃຈ​ທີ່​ມີ​ລັກສະນະ​ວັດທະນະທ​ຳມະນຸດ ແລະ ສິນ​ລະ​ທຳຂອງ​ມະນຸດ​ເຊິ່ງບັນ​ດາ​ວິ​ສາ​ຫະກິດ​ໄດ້​ສະ​ຫງວນ​ໃຫ້​ແກ່​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ​ດີ​ໂອຊິນ”.

ຂ່າວ/ບົດ​ອື່ນ