ເຂດທ່ອງທ່ຽວຫຼາຍຄົນມາຫວຽດນາມໃນໂອກາດບຸນປີໃໝ່ປະຈຳຊາດ

ເຂດທ່ອງທ່ຽວຫຼາຍຄົນມາຫວຽດນາມໃນໂອກາດບຸນປີໃໝ່ປະຈຳຊາດ - ảnh 1
ແຂກ​ທ່ອງ​ທ່ຽວ​ມາຢ້ຽມ​ຢາມ ຍາ​ຈາງ
(ພາບ: Nguyên Lý /TTXVN)

(vovworld) – ​ໃນ 7 ມື້​ຂອງ​ບຸນ​ເຕັດ​ປີ​ມະ​ແມ, ແຂວງ ເທື່ອ​ທຽນ ເຫ້ວ ໄດ​້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 50.000 ເທື່ອ​ຄົນ, ໃນ​ນັ້ນ​ມີ 32.500 ເທື່ອ​ຄົນ​ແມ່ນ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ສະ​ເພາະ​ຢູ່​ບັນ​ດາ​​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ຂຶ້ນ​ກັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກຸງ​ເກົ່າ ເຫ້ວ, ໃນ​ວັນ​ທີ 1 ຫາ ວັນ​ທີ 3 ຂອງ​ບຸນ​ເຕັດ ໄດ​້​ຕ້ອນ​ຮັບແຂກ​ທ່ອງ​ທ່ຽວ 30.000 ເທື່ອ​ຄົນ​ມາຢ​້ຽມ​ຢາມ, ໃນ​ນັ້ນ​ມີ 10.000 ເທື່ອ​ຄົນ​ແມ່ນ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.

        ແຂວງ ບ່າ​ເຮ້ຍ - ຫວູງ​ເຕົ່າ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ກ່​ວາ 365.000 ເທື່ອ​ຄົນ, ໃນ​ນັ້ນ​ມີ​ແຂ​ກ​ທ່ອງ​ທ່ຽວ 22.000 ເທື່ອ​ຄົນ. ຍອດ​ລາຍ​ຮັບ​ຄາດ​ວ່າ​ເກືອບ 170 ຕື້ດົ່ງ, ເພິ່ມ​ຂຶ້ນ​ເກ​ືອບ 30% ເມື່ອ​ທ​ຽບ​ໃສ່​ປີ 2014. ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ນີ້, ​ສວນ​ສາ​ທາ​ລະ​ນະດົ່ງ​ວັນ, ແຂວງ ຮ່າ​ຢາງ ກໍ່​ໄດ້​ຕ້ອນ​ຮັບ​ແຂກ​ທ່ງ​ທ່ຽວ​ກ່​ວາ 5.500 ເທື່ອ​ຄົນ, ໃນ​ນັ້ນ​​ຈຳ​ນວນແຂກ​ທ່ອ​ງ​ທ່ຽວກໍ່​ເພີ່ມ​ຂຶ້ນ 10% ​ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ.

        ເຂດ​ຢູ​ຊະ​ນີ​ຍະ​ສະ​ຖານ​ທຳ​ມະ​ຊາດ​ໂລກ​ ຟອງ​ຍາ - ແກ໋​ບ່າງ (ແຂວງ ກວາງ​ບິ່ງ) ຕ້ອນ​ຮັບ​ແຂດ​ທ່ອງ​ທ່​ຽວ​ກ່​ວາ 15.000 ເທື່ອ​ຄົນ, ໃນ​ນັ້ນ​ຈຳ​ນວນ​ແຂກ​ທ່ອງ​ທ່​ຽວ​ສາ​ກົນ​ເພີ່ມ​ຂຶ້ນ​ສູງ.


ຂ່າວ/ບົດ​ອື່ນ