ປູຊະນີຍະສະຖານປະຫວັດສາດ ເຕີນຈ່າວ
ພາບ: internet
(vovworld) - ຕອນເຊົ້າວັນທີ 16/8 ຢູ່ແຂວງ ຕວຽນກວາງ ໄດ້ດຳເນີນພິທີຮັບໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ: ປູຊະນີຍະສະຖານປະຫວັດສາດ ເຕີນຈ່າວ. ເຂົ້າຮ່ວມພິທີ ມີທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຜູ້ຕາງຫນ້າພັກ, ລັດ, ບັນດາກະຊວງ, ຄະນະ, ຂະແຫນງການ ແລະ ບັນດາເຜົ່າຢູ່ແຂວງ ຕວຽນກວາງ. ນະທີ່ນີ້, ທ່ານ ເລຮົ່ງແອງ ໄດ້ຫວນຄືນບັນດາການປະກອບສ່ວນອັນໃຫຍ່ຫລວງຂອງອົງຄະນະພັກປະຊາຊົນບັນດາເຜົ່າຢູ່ແຂວງ ຕວຽນກວາງ ເວົ້າລວມ ແລະ ຕາແສງ ເຕີນຈ່າວເວົ້າສະເພາະໃນຊຸມປີແຫ່ງການຕໍ່ຕ້ານຂອງການປະຕິວັດ ຫວຽດນາມ. ຢູ່ຕາແສງ ເຕີນຈ່າວໃນເມື່ອກ່ອນໄດ້ດຳເນີນບັນດາເຫດການປະຫວັດສາດທີ່ມີຄວາມໝາຍຕັດສິນໄຊຊະນະຂອງການປະຕິວັດເດືອນ 8 ປີ 1945ຄື: ກອງປະຊຸມພະນັກງານທົ່ວປະເທດຂອງພັກ, ຕົກລົງທຳການລຸກຮືຂຶ້ນຢືດອຳນາດໃນທົ່ວປະເທດ, ສ້າງຕັ້ງຄະນະກຳມະການລຸກຮືຂຶ້ນໃນທົ່ວປະເທດ ແລະ ກອງປະຊຸມທ່ົວປະເທດ. ໃນຊຸມເດືອນປີນັ້ນ, ອົງຄະນະພັກປະຊາຊົນບັນດາເຜົ່າຢູ່ແຂວງ ຕວຽນກວາງ ແລະ ຕາແສງ ເຕີນຈ່າວ ຍາມໃດກໍເຮັດຫລ້ອນຫນ້າທີ່ຂອງຕົນ, ກໍ່ສ້າງ, ຕໍ່ສູ້, ປົກປັກຮັກສາຄວາມປອດໄພໃຫ້ແກ່ບັນດາອົງການສຳຄັນຂອງສູນກາງ. ທ່ານ ເລຮົ່ງແອງ ຢືນຢັນວ່າ:
“ການຕົກລົງຈັດອັນດັບປູຊະນີຍະສະຖານແຫ່ງຊາດພິເສດເຕີນຈ່າວແມ່ນການເຊີດຊູ, ຕີລາຄາຂອງພັກ, ລັດ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມໝາຍປະຫວັດສາດຂອງເຂດປູຊະນີຍະສະຖານ ເຕີນຈ່າວ ພ້ອມທັງຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງອົງຄະນະພັກ, ປະຊາຊົນບັນດາເຜົ່າຢູ່ແຂວງ ຕວຽນກວາງ ໃນພາລະກິດປະຕິວັດຂອງຊາດ ຫວຽດນາມ.”