ເຄື່ອງ​ປ່າ​ຂອງ​ດົງແມ່ນ​ປະ​ເພດສິນ​ຄ້າ​ທີ່​ມີການ​ເຕີບ​ໂຕ​ສູງ​ສຸດໃນ​ໝວດ​​ສິນ​ຄ້າ​ສົ່ງ​ອອກທີ່​ມີ​ມູນ​ຄ່າ​ສູງ​ກ່​ວາ 1 ຕື້ USD

(VOVWORLD) - ໃນເດືອນເມສາ 2019, ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD, ນຳວົງເງິນການສົ່ງອອກຂອງໄຕມາດ I ປີ 2019 ບັນລຸໄດ້ເກືອບ 2,4 ຕື້ USD,
ເຄື່ອງ​ປ່າ​ຂອງ​ດົງແມ່ນ​ປະ​ເພດສິນ​ຄ້າ​ທີ່​ມີການ​ເຕີບ​ໂຕ​ສູງ​ສຸດໃນ​ໝວດ​​ສິນ​ຄ້າ​ສົ່ງ​ອອກທີ່​ມີ​ມູນ​ຄ່າ​ສູງ​ກ່​ວາ 1 ຕື້ USD - ảnh 1ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD (ພາບ: KT) 

ຕາມກົມໃຫຍ່ປ່າໄມ້, ຂຶ້ນກັບກະຊວງກະສິກຳ ແລະ ການພັດທະນາຊົນນະບົດ  ຫວຽດນາມ ແລ້ວ, ໃນເດືອນເມສາ 2019, ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD, ນຳວົງເງິນການສົ່ງອອກຂອງໄຕມາດ I ປີ 2019 ບັນລຸໄດ້ເກືອບ 2,4 ຕື້ USD. ນີ້ແມ່ນລະດັບການເພີ່ມຂຶ້ນສູງສຸດໃນກຸ່ມບັນດາສິນຄ້າສົ່ງອອກທີ່ມີມູນຄ່າສູງກ່ວາ 1 ຕື້ USD ຂອງ ຫວຽດນາມ ໃນໄຕມາດ I. ໃນວົງເງິນການສົ່ງອອກເຄື່ອງປ່າຂອງດົງທີ່ເວົ້າມາຂ້າງເຖິງ, ມູນຄ່າໄມ້ ແລະ ຜະລິດຕະພັນຈາກໄມ້ບັນລຸໄດ້ 2,26 ຕື້ USD; ຄາດວ່າມູນຄ່າສົ່ງອອກເກີນດຸນບັນລຸໄດ້ 1,82 ຕື້ USD. 5 ຕະຫຼາດຕົ້ນຕໍທີ່ນຳເຂົ້າເຄື່ອງປ່າຂອງດົງຂອງ ຫວຽດນາມ ແມ່ນ: ອາເມລິກາ, ຍີ່ປຸ່ນ, EU, ຈີນ ແລະ ສ.ເກົາຫຼີ, ໂດຍກວມເອົາ 87% ຍອດວົງເງິນການສົ່ງອອກເຄື່ອງປ່າຂອງດົງ.

ຕອບກັບ

ຂ່າວ/ບົດ​ອື່ນ