ເຄື່ອງສິລະປະຫັດຖະກຳ ຫວຽດນາມ
ພາບປະກອບ:internet
|
(vovworld) - ຮ້ານວາງສະແດງຂອງ ຫວຽດນາມ 10 ຮ້ານ ຢູ່ ງານຕະຫລາດນັດລະດູບານໃຫມ່ Paris ປີ 2012 ຊຶ່ງດຳເນີນໄປແຕ່ວັນທີ 28/4 ເຖິງວັນທີ 8/5 ດ້ວຍຜະລິດຕະພັນເຄື່ອງສິລະປະຫັດຖະກຳ, ແພໄໝ ພວມດຶງດູດຄວາມສົນໃຈເປັນພິເສດຈາກເພື່ອນມິດ ຝລັ່ງ ແລະ ສາກົນ. ນີ້ແມ່ນງານຕະຫລາດນັດທີ່ມີຂອບຂະຫນາດໃຫຍ່ກວ່າໝູ່ຢູ່ ຝລັ່ງ ດ້ວຍຮ້ານວາງສະແດງ 3.400 ຮ້ານ, ໃນນັ້ນວາງສະແດງສິນຄ້າຫລາຍປະເພດ ທີ່ເປັນເອກະລັກສະເພາະຂອງບັນດາປະເທດຢູ່ ອາຊີ, ອາຟຼິກາ, ອາເມລິກາລາຕີນ. ນາງ Mai Lien ເຈົ້າຂອງຮ້ານ Mai Lien ຢູ່ງານຕະຫລາດນັດ Paris ໄດ້ເຂົ້າຮ່ວມງານຕະຫລາດນັດ Paris 4 ຄັ້ງ ແລ້ວໃຫ້ຮູ້ວ່າ:
“ເພື່ອນມິດສາກົນມີຄວາມນິຍົມຮ້ານວາງສະແດງຂອງ ຫວຽດນາມ ທີ່ສຸດ, ບາງມື້ເຂົາເຈົ້າມາຊົມ ແລະ ຊື້ເຄື່ອງຂອງ, ມື້ຕໍ່ມາພາໝູ່ເພື່ອນເຂົ້າຊົມ. ພວກຂ້າພະເຈົ້າດີໃຈຫລາຍເມື່ອໄດ້ເຂົ້າຮ່ວມງານຕະຫລາດນັດ Paris, ເພື່ອແນະນຳບັນດາຜະລິດຕະພັນຂອງ ຫວຽດນາມ ກັບເພື່ອນມິດສາກົນ.”