ເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາປີ 2012 ສູງກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ

ເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາປີ 2012 ສູງກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ảnh 1

(ພາບປະກອບ:ອິນ​ເຕີ​ແນັດ)

(vovworld) -  ​ການ​ສະຖິຕິ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ສັງກັດກະຊວງການ​ຕ່າງປະ​ເທດ​ຫວຽດນາມ) ​ໃຫ້​ເຫັນ​ວ່າ: ຈຳນວນເງິນ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມປີ 2012 ບັນລຸ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ເທົ່າ​ກັບ 10 ຕື້​ໂດ​ລາ​ສະຫະລັດ. ສະ​ເພາະເງິນ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມານະຄອນ​ໂຮ່ຈິ​ມິນ ບັນລຸ​ປະມານ 4 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 40% ​ຈຳນວນເງິນ​ທັງ​ໝົດຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມ. ​ໃນ 3 ປີຜ່ານມາ, ຈຳນວນ​ເງິນ​​ໂດຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ 4 ລ້ານ​ຄົນຝາກ​ມາປະ​ເທດ​ເພີ່ມ​ຂຶ້ນ​ສະ​ເໝີ 10%/ປີ. ຈຳນວນເງິນ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽ​ດນາມ ປີ 2012 ຜ່ານ​ລະບົບ​ທະນາຄານດ້ວຍ​ບັນດາ​ການ​ບໍລິການ​ໄດ້​ຮັບ​ການ​ປັບປຸງ, ສ້າງ​ຂໍ້​ສະດວກ​ໃຫ້​ທັງ​ຜູ້​ຝາກ ​ແລະ ຜູ້​ຮັບ.

ຂ່າວ/ບົດ​ອື່ນ