ເງິນຕາຕ່າງປະເທດໂດຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ສົ່ງກັບມານະຄອນ ໂຮ່ຈີມິນ ບັນລຸກວ່າ 6,6 ຕື້ USD
(VOVWORLD) - ຕາມຕົວເລກຂອງທະນາຄານແຫ່ງລັດ ສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ໂອນກັບມານະຄອນໃນປີ 2022 ບັນລຸກວ່າ 6,6 ຕື້ USD, ຫຼຸດລົງເກືອບ 6,7% ເມື່ອທຽບໃສ່ປີ 2021.
(ພາບ: VNExpress) |
ເຫດຜົນທີ່ພາໃຫ້ຈຳນວນເງິນດັ່ງກ່າວຖືກຫຼຸດລົງ ແມ່ນຢູ່ຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພເງິນເຟີ້ເພີ່ມຂຶ້ນສູງ, ຖືກຜົນກະທົບຈາກຫຼາຍປັດໄຈພູມີສາດການເມືອງ. ແຕ່ລະປີ, ເງິນຕາຕ່າງປະເທດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງກັບມາ ນະຄອນ ໂຮ່ຈີມິນ ເພີ່ມຂຶ້ນສະເລ່ຍແຕ່ 7 – 10% ແລະ ກວມເອົາປະມານ 33% ການເກັບລາຍຮັບງົບປະມານຂອງນະຄອນ. ໄປຄຽງຄູ່ກັນນັ້ນ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ, ເງິນຕາຕ່າງປະເທດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນແຫຼ່ງລາຍຮັບ ເງິນຕາຕ່າງປະເທດສຳຄັນຊ່ວຍຮັບປະກັນແຫຼ່ງສະໜອງ - ຄວາມຕ້ອງການເງິນຕາຕ່າງປະເທດ, ເພີ່ມການສະສົມເງິນຕາຕ່າງປະເທດຂອງປະເທດຊາດ, ກໍຄືຫຼຸດຜ່ອນກຳລັງດັນແກ່ອັດຕາແລກປ່ຽນຂອງສະກຸນເງິນ USD.