ເຈົ້າໜ້າທີ່ ຈີນ ແລະ ທູດພິເສດ ສປປ ເກົາຫຼີ
(ພາບ: AFP/TTXVN)
(vovworld) – ວັນທີ 22/5, ຢູ່ ປັກກິ່ງ, ທ່ານຮອງປະທານ ສະພາປຶກສາການເມືອງ ປະຊາຊົນ ຈີນ ທັງເປັນຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ ອວາງຈາຈວຍ ໄດ້ໃຫ້ການຕ້ອນຮັບຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ສປປ ເກົາຫຼີ Choe Ryong Hae, ທູດພິເສດຂອງການນຳ ສປປ ເກົາຫຼີ Kim Jong Ul. ເຖິງຢ່າງໃດກໍ່ຕາມ, ເນື້ອໃນຂອງການປຶກສາຫາລືລະຫວ່າງເຈົ້າໜ້າທີ່ຂັ້ນສູງນີ້ບໍ່ໄດ້ເປີດເຜິຍເທື່ອ. ທ່ານ Choe Ryong Hae ໄປຍັງ ປັກກິ່ງ ໃນຕອນເຊົ້າວັນດຽວກັນເພື່ອເຈລະຈາກັບບັນດາເຈົ້າໜ້າທີ່ຂັ້ນສູງ ຈີນ ແນໃສ່ປັບປຸງການພົວພັນ 2 ຝ່າຍທີ່ບໍ່ດີປານໃດພາຍຫຼັງເຫດການ ພຽງຢາງ ດຳເນີນການທົດລອງນິວເຄຼຍຄັ້ງທີ 3 ເມື່ອເດືອນ 2/2013, ແລະອາດຈະປຶກສາຫາລືບັນດາມາດຕະການເພື່ອແນໃສ່ປັບປຸງການພົວພັນລະຫວ່າງ ສປປ ເກົາຫຼີ ກັບ ອາເມລິກາ ແລະ ສ ເກົາຫຼີ.
ຕົ້ນເດືອນນີ້, ທະນາຄານ ຈີນ ເຊິ່ງແມ່ນທະນາຄານການຄ້າຕ່າງປະເທດໃຫຍ່ອັນດັບໜຶ່ງຂອງ ຈີນ, ໄດ້ຢຸດຕິການພົວພັນແລກປ່ຽນກັບທະນາຄານການຄ້າຕ່າງປະເທດ ສປປ ເກົາຫຼີ. ຕາມວົງການນັກໄຈ້ແຍກແລ້ວ, ການກະທຳດັ່ງກ່າວໄດ້ຮັບຖືວ່າແມ່ນມາດຕະການລົງໂທດຂອງ ປັກກິ່ງ ຕໍ່ພຽງຢາງ ເພາະວ່າໄດ້ດຳເນີນດານທົດລອງ ນິວເຄຼຍ ໂດຍບໍ່ຫົວຊາຕໍ່ບັນດາມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ.