ເຈົ້າໜ້າທີ່ຕວກກີ: ອານກາຣາ, ມົດສະກູ ແລະ ກີແອັບ ພວມດຳເນີນການເຈລະຈາສ້າງຕັ້ງແລວສົ່ງອອກທັນຍາຫານ

(VOVWORLD) -ລັດເຊຍ ແລະ ຢູແກຼນ ກວມເອົາເກືອບ 1/3 ແຫຼ່ງສະໜອງແປ້ງເຂົ້າບະເລຂະໜາດໃຫຍ່ໃນໂລກ
ເຈົ້າໜ້າທີ່ຕວກກີ: ອານກາຣາ, ມົດສະກູ ແລະ ກີແອັບ ພວມດຳເນີນການເຈລະຈາສ້າງຕັ້ງແລວສົ່ງອອກທັນຍາຫານ - ảnh 1(ພາບປະກອບ: AFP/TTXVN)

ຕວກກີ ພວມຢູ່ໃນວິວັດການເຈລະຈາກັບ ລັດເຊຍ ແລະ ຢູແກຼນ ກ່ຽວກັບເລື່ອງເປີດແລວຜ່ານ Bosphorus ຮັບໃຊ້ການສົ່ງອອກທັນຍາຫານຈາກ ຢູແກຼນ. ການເຈລະຈານີ້ມີຄວາມໝາຍສຳຄັນພິເສດໃນຈຸດເວລານີ້ ເມື່ອແຫຼ່ງສະໜອງທັນຍາຫານ ໃນໂລກພວມຕົກເຂົ້າສູ່ສະພາບຂາດເຂີນຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ລັດເຊຍ ແລະ ຢູແກຼນ ກວມເອົາເກືອບ 1/3 ແຫຼ່ງສະໜອງແປ້ງເຂົ້າບະເລຂະໜາດໃຫຍ່ໃນໂລກ, ຍ້ອນເຫດນັ້ນ, ເລື່ອງບັນດາທ່າກ່ຳປັ່ນຂອງ ຢູ່ແກຼນ ຢູ່ທະເລດຳ ຖືກປິດປະຕູ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນຮົບການທະຫານພິເສດຢູ່ປະເທດນີ້ ນັບແຕ່ເດືອນ ກຸມພາ 2022 ໄດ້ໃຫ້ເຮັດໃຫ້ທັນຍາຫານກວ່າ 20 ລ້ານໂຕນຖືກຄ້າງສ້າງນີ້. ຕາມເຈົ້າໜ້າທີ່ ຕວກກີ ແລ້ວ, ເລື່ອງເປີດແລວຈາກ ຕວກກີ ຈະສ້າງເງື່ອນໄຂເພື່ອໃຫ້ທັນຍາຫານຂອງ ຢູແກຼນ ໄດ້ສົ່ງອອກໄປຍັງບັນດາຕະຫຼາດທີ່ມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ