ເຈົ້າໜ້າທີ່ປະເທດຕ່າງໆຕຳນິຕິຕຽນການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກຂອງຈີນ

ເຈົ້າໜ້າທີ່ປະເທດຕ່າງໆຕຳນິຕິຕຽນການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກຂອງຈີນ - ảnh 1
ພົນ​ເຮືອ​ເອກ Harry Harris
(ພາບ: AFP/TTXVN)

(vovworld) –  ວັນ​ທີ 25/2, ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ບັນດາ​ຄຳ​ເຫັນ​ຕຳ​ນິຕິ​ຕຽນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ຈີນ​ ຢູ່ ທະ​ເລ​ຕາ​ເວ​ັນອອກ, ​ໃນ​ສະພາບຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ເຂດທະ​ເລ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ທຳນຽບ 5 ​ແຈ, ຜູ້​ບັນຊາ​ກອງ​ບັນຊາ​ການ​ກຳລັງ​ພາກ​ພື້ນປາຊີ​ຟິກຂອງ ທະຫານ​ເຮືອ ອາ​ເມ​ລິ​ກາ, ພົນ​ເຮືອ​ເອກ Harry Harris ຖື​ວ່າ: ຈີນ ພວມ​ຊອກ​ຫາ​ວິທີ​ຍາດ​​ເອົາສິດ​ຄວບ​ຄຸມ “​ໃນ​ຕົວ​ຈິງ” ສຳລັບ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ Harris ​ແລ້ວ, ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ ພວມ​ຊອກ​ວິທີ​ຍາດ​ທີ່​ຕັ້ງ​ບົດບາດ​ເປັນ​ປະ​ເທດ​ມະຫາ​ອຳ​ນາດດ້ານ​ການ​ທະຫານ​ໃນ​ພາກ​ພື້ນ. ທ່ານກ່າວ​​ເຕືອນ​ວ່າ “ຖ້າ​ຫາກ​ຈີນ ສືບ​ຕໍ່​ປະກອບ​ອາວຸດ​ຢູ່​ເກາະ​ຕ່າງໆ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ຖົມ​ດິນ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີ​ນ ຈະ​ປ່ຽນ​ແປງ​ສະພາບ​ແວດ​ລ້ອມ​ການ​ເຄື່ອນ​ໄຫວ​ຢູ່​​ເຂດ​ນີ້…”.

        ວັນ​ທີ 26/2, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ຂອງ ຍີ່ປຸ່ນ, ອົດ​ສະ​ຕາ​ລີ ​ແລະ ອິນ​​ເດຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ກົດໝາຍ​ຢູ່ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​​ແບ່ງ​ປັນ “ຄວາມ​ວິຕົກ​ວັງ​ວົນຢ່າງ​ເລິກ​ເຊິ່ງ”  ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ໃນ​ສະພາບ​ການ ຈີນ ນັບ​ມື້​ນັບ​ເພີ່​ມທະວີ​ບັນດາ​ການ​ເຄື່ອນ​ໄຫວຂອງ​ຕົນທະ​ເລ.


ຂ່າວ/ບົດ​ອື່ນ