ເຊີດຊູ30 ໝູ່ຄະນະ, ສ່ວນບຸກຄົນໃນລາຍການ“ແສນສະຫງ່າຫວຽດນາມ“

(VOVWORLD) - ລາຍການ “ແສນສະຫງ່າຫວຽດນາມ “ ດ້ວຍຫົວຂໍ້ວ່າ “ຮ່ອງຮອຍ 30 ປີແຫ່ງການປ່ຽນແປງໃໝ່“ ໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 20/5, ຢູ່ຫໍວັດທະນະທຳ ມິດຕະພາບ ຮ່າໂນ້ຍ.
ເຊີດຊູ30 ໝູ່ຄະນະ, ສ່ວນບຸກຄົນໃນລາຍການ“ແສນສະຫງ່າຫວຽດນາມ“ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ(ພາບ: ເຍີນເຢີນ)


30 ໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຍ້ອງຍໍໃນປີນີ້ ລ້ວນແຕ່ມີການປະກອບສ່ວນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ບັນດາແບບຢ່າງທີ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງ ແລະ ປົກປັກ ຮັກສາປະເທດຊາດຜ່ານ 30 ປີແຫ່ງການປ່ຽນແປງໃໝ່. ກ່າວຄວາມເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງຊີ້ແຈ້ງວ່າ, ລັດຖະບານ ຈະສ້າງທຸກເງື່ອນໄຂເພື່ອໃຫ້ວິສາຫະກິດທັງໝົດ, ທຸກອົງການຈັດຕັ້ງສັງຄົມ ແລະ ປະຊາຊົນເສີມຂະຫຍາຍຄວາມສາມາດ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນເພື່ອການພັດທະນາ ວັດທະນາຖາວອນ, ເພື່ອການດຳລົງຊີວິດທີ່ດີງາມກວ່າ ແລະ ປະກອບສ່ວນຫຼາຍກວ່າໃຫ້ແກ່ປະເທດຊາດ.

        “ພ້ອມກັບກຳມະບານ, ລັດຖະບານ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນຜູ້ອອກແຮງງານໃນທົ່ວປະເທດ. ໃນສະພາບການທີ່ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4, ແຕ່ລະອົງການກຳມະບານ, ພະນັກງານກຳມະກອນຜູ້ອອກແຮງງານທຸກຄົນ ຈົ່ງເສີມຂະຫຍາຍຈີນຕະນາການປະດິດສ້າງ ມີບັນດາແນວຄວາມຄິດໃໝ່ໃນການຄຸ້ມຄອງການຜະລິດດຳເນີນທຸລະກິດ, ການຄົ້ນຄ້ວາວິທະຍາສາດ, ປະກອບສ່ວນນຳປະເທດພັດທະນາທ່ວງທັນກັບຍຸກປະຈຸບັນ“.

ຕອບກັບ

ຂ່າວ/ບົດ​ອື່ນ