ເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ

(VOVWORLD) -ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ Viettel ຫາກໍ່ຈັດພິທີເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ, ດ້ວຍຫົວຂໍ້ວ່າ “ເປີດກວ້າງວິໄສທັດ, ສ້າງສັນອະນາຄົດ” ມຸ່ງໄປເຖິງສັງກະລາດອຸດສາຫະກຳ 4.0.

ເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ - ảnh 1 ເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ

(ພາບ: baolaodongthudo)

ມີ 8 ສ່ວນບຸກຄົນ, 8 ໝູ່ຄະນະໄດ້ຮັບການເຊີດຊູ ແມ່ນບັນດາພະນັກງານທີ່ດີເດັ່ນຂອງ Viettel, ມີປະສົບການຫຼາຍຢ່າງໃນຂະແໜງໂທລະຄົມຄື: ໂທລະຄົມ Viettel ຢູ່ລາວ, ສູນເຕັກ ໂນໂລຊີເຄືອຂ່າຍອີນເຕີແນັດ Viettel… ບັນດາຂໍ້ສະເໜີ, ການຄົ້ນຄວ້າຂອງບັນດາສ່ວນບຸກຄົນດັ່ງກ່າວບໍ່ພຽງແຕ່ຮັບໃຊ້ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງອອກສູ່ 10 ປະເທດອື່ນອີກດ້ວຍ, ປະກອບສ່ວນສ້າງຜົນກຳໄລໃນດ້ານໂທລະຄົມຢູ່ຕ່າງປະເທດຂອງກຸ່ມບໍລິສັດໃຫ້ຂຶ້ນເຖິງ 1.000 ຕື້ດົ່ງໃນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ