( vovworld ) –ຕອນບ່າຍວັນທີ 1/3, ທີ່ສຳນັກງານສະພາແຫ່ງຊາດຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາສູງ ຈີເລ Guido Girardin Lavin ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາສູງສາທາລະນະລັດ ຈີເລ . ກ່າວຄຳເຫັນນະພິທີ, ທ່ານປະທານ ຫງວຽນຊິງຮຸ່ງ ຢືນຢັນວ່າ: ຂໍ້ຕົກລົງດັ່ງກ່າວຈະສ້າງເປັນກອບກົດໝາຍໃຫ້ແກ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາສູງ ຈີເລ, ນຳສາຍພົວພັນນີ້ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ຈີເລ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງ, ອາລົມຈິດຄວາມຮັກແພງອັນດີງາມຊື່ງສອງຝ່າຍໄດ້ສະຫງວນໃຫ້ແກ່ກັນນັ້ນ, ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງ ຈີເລ ຈະບັນລຸໄດ້ຜົນງານຫຼາຍຢ່າງໃນໄລຍະທີ່ຈະມາເຖິງ.
ຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງ, ສອງຝ່າຍໃຫ້ຄຳໝັນສັນຍາຈະເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນບົນຫຼັກການເຄົາລົບນັບຖືຄວາມເປັນເອກະລາດ, ອະທິປະໄຕ, ສິດຕັດສິນດ້ວຍຕົນເອງຂອງແຕ່ລະຊາດ. ສອງຝ່າຍກໍສົ່ງເສີມການແລກປ່ຽນບັນດາຄະນະຜູ້ແທນໄປມາຢ້ຽມຢາມຢ່າງເປັນທາງການ ແລະ ບັນດາຄະນະຜູ້ແທນໄປມາຢ້ຽມຢາມ-ເຮັດວຽກ ເພື່ອແນໃສ່ປັບປຸງສາຍພົວພັນມິດຕະພາບ ແລະການຮ່ວມມື, ແບ່ງປັນບົດຮຽນໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຄອມຟີວເຕີ ແລະບັນດາຂົງເຂດອື່ນໆ ຊື່ງສອງຝ່າຍມີຄວາມສົນໃຈ.