ເຊັນໂຄງການຮ່ວມມືລະ ຫວ່າງຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ

ເຊັນໂຄງການຮ່ວມມືລະ ຫວ່າງຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ - ảnh 1
ເຊັນ​ໂຄງການ​ສົມທົບກັນ​ໃນ​ການ​ໂຄສະນາ​ຂົມຂວາຍການ​ປະຕິບັດ​ນະ​ໂຍບາຍ​
ພິເສດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໄລຍະ 2014 – 2015
(ພາບ: mattran.org.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 8/1, ທີ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ​ໄດ້​ເຊັນ​ໂຄງການ​ສົມທົບກັນ​ໃນ​ການ​ໂຄສະນາ​ຂົມຂວາຍການ​ປະຕິບັດ​ນະ​ໂຍບາຍ​ພິເສດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໄລຍະ 2014 – 2015.

   ຕາມ​ນັ້ນແລ້ວ, ກະຊວງຖະແຫຼງຂ່າວ ແລະ ສື່ສານ​ເປັນ​ເຈົ້າການ​ສົມທົບ​ກັບຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາອົງການ​ການ​ເມືອງ - ສັງຄົມ, ຊີ້ນຳ, ​ແນະນຳ​ບັນດາ​ອົງການ​ຂ່າວສານ, ສື່ມວນຊົນ ​ແລະ ບັນດາ​ອົງການ​ສະມາຊິກ​​ໃນ​ການໂຄ​ສະນາ,​ ເຜີຍ​ແຜ່​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ໝາກຜົນແຫ່ງ​ການ​ປະຕິບັດນະ​ໂຍບາຍ​ພິເສດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​. ກະຊວງຖະແຫຼງຂ່າວ ​ແລະ ສື່ສານຈັດ​ຕັ້ງລາງວັນສື່ມວນຊົນໃນ​ທົ່ວ​ປະ​ເທດ​ດ້ວຍ​ຫົວ​ຂໍ້​ວ່າ “ບົດ​ໜັງສື​ພິມ​ທີ່​ໂຄສະນາ​ກ່ຽວກັບນະໂຍບາຍສຳລັບຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດໄລຍະ 2014 – 2015” ​ແລະ ຈັດຕັ້ງການ​ມອບ​ລາງວັນ​ໃນ​ປີ 2015. ພ້ອມ​ກັນນັ້ນ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກໍ່ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານເສຍອົງຄະ ​ແລະ ສັງຄົມສະໜອງບັນ​ດາ​ເອກະສານ, ຂໍ້​ມູນ ​ກ່ຽວກັບ​ສະພາບ​ການ​ປະຕິບັດ 7 ນະ​ໂຍບາຍ​ສຳລັບ 7 ​ເປົ້າໝາຍທີ່ມີ​ຄຸນງາມຄວາມດີ ຕໍ່ປະເທດຊາດຢ່າງຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ