ເຊື່ອມຈອດມໍລະດົກ3ປະເທດຫວຽດນາມ-ລາວ-ໄທພ້ອມກັນພັດທະນາການທ່ອງທ່ຽວ

ເຊື່ອມຈອດມໍລະດົກ3ປະເທດຫວຽດນາມ-ລາວ-ໄທພ້ອມກັນພັດທະນາການທ່ອງທ່ຽວ - ảnh 1
ທ່ານນາງ ຫວູທິທູຸຖູຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນີງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສື່ເອເລັກໂຕນີກລົງທຶນ)

(vovworld) – ວັນ​ທີ 22/6, ຢູ່​ແຂວງ ກວາງ​ນີງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ “ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​​ໂດຍ​ເຊື່ອມ​ຈອດ​ມໍ​ລະ​ດົກ​ໂລກ​ລະຫວ່າງ 3 ​ແຂວງ ກວາ​ງນີງ (ຫວຽດນາມ) - ຫລວງ​ພະ​ບາງ (ລາວ) - ອູດ​ອນທານີ (​ໄທ) ​ໄລຍະ 2016 - 2017”. ນີ້​​​ແມ່ນ​ຄັ້ງ​ທີ 3, ບັນດາ​ແຂວງ​ນີ້​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເຊັນ​ສັນຍາ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ກ່ຽວ​ກັບ​ຈຸດ​ນັດພົບ​ການທ່ອງທ່ຽວ​ໃນ​ພາກ​ພື້ນ. ປີ​ນີ້, 3 ​ແຂວງ​ໄດ້​ສຸມ​ໃສ່​ຮ່ວມ​ມື​ໃນ​ຂົງ​ເຂ​ດຕ່າງໆ​ຄື: ​ແບ່ງປັນ​ຮູບ​ແບບ​ປະຕິບັດ​ດີ​ກ່ຽວ​ກັບ​ພັດທະນາ​ການທ່ອງທ່ຽວ​ມີ​ຄວາມ​ຮັບຜິດຊອບ, ​ຍືນ​ຍົງ… ກ່ອນ​ໜ້າ​ນັ້ນ, ບັນດາ​ແຂວງ ກວາງ​ນີງ, ຫຼວງ​ພະ​ບາງ ​ແລະ ອູດ​ອນທານີ ຈະ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ພ້ອມ​ກັນຄົ້ນ​ຄ້ວາ​ເປັນ​ສາຍ​ທ່ອງ​ທ່ຽວ​ມໍລະດົກເຊື່ອມ​ຕໍ່ລະຫວ່າງ 3 ​ແຂວງ. ຄຽງ​ຄູ່​ກັນ​ນັ້ນ, ສື່​ມວນ​ຊົນ​ຂອງ 3 ​ແຂວງ​ຄື: ​ໂທລະພາບ ກວາງ​ນີງ, ​ໂທລະພາບ​​ແຂວງ​ຫຼວງ​ພະ​ບາງ, ​ໂທລະພາບ​ແຂວງ ອຸດອນ​ທາ​ນີ ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການທ່ອງທ່ຽວ​ຂອງ 3 ທ້ອງ​ຖິ່ນ. ການ​ຮ່ວມ​ມື​ແໜ້ນ​ແຟ້ນລະຫວ່າງ 3 ​ແຂວງ ຈະ​ປະກອບສ່ວນ​ສ້າງ​ເຄືອ​ຂ່າຍ​ການທ່ອງທ່ຽວ​ທີ່​ດູດດື່ມ​ໃນ 3 ຫຼ່ຽມມໍລະດົກ ບ້ານ​ຈຽງ - ຫຼວງ​ພະ​ບາງ - ​ອ່າວ​ຮ້າ​ລອງ.



ຂ່າວ/ບົດ​ອື່ນ