ເຊື່ອມ​ຕໍ່ ດ່າ​ນັ້ງ ກັບ ສະ​ຫະ​ພາບ ເອີ​ລົບ (EU)

(VOVWORLD) - ເນື່ອງໃນການຢ້ຽມຢາມຂອງ ຄະນະປະຕິບັດງານສະຫະພາບເອີລົບ ຢູ່ ດ່ານັ້ງ, ວັນທີ 26 ພະຈິກ, ການນຳນະຄອນດ່ານັ້ງ ແລະ ສະຫະພາບ ເອີລົບ (EU) ໄດ້ຈັດຕັ້ງ “ການໂອ້ລົມສົນທະນາເຊື່ອມຕໍ່ດ່ານັ້ງກັບ ສະຫະພາບ ເອີລົບ”.
ເຊື່ອມ​ຕໍ່ ດ່າ​ນັ້ງ ກັບ ສະ​ຫະ​ພາບ ເອີ​ລົບ (EU) - ảnh 1 ການໂອ້ລົມສົນທະນາເຊື່ອມຕໍ່ດ່ານັ້ງກັບ ສະຫະພາບ ເອີລົບ (ພາບ: baodautu.vn)

ດ່ານັ້ງແມ່ນທ້ອງຖິ່ນທີ່ມີການພົວພັນຮ່ວມມືກັບບັນດາປະເທດຂຶ້ນກັບ EU ພິເສດແມ່ນການເຄື່ອນໄຫວນຳເຂົ້າ - ສົ່ງອອກ. ໃນບັນດາປີ 2019, 2020 ບັນດາສຳນັກງານ, ອົງການບໍ່ຂຶ້ນກັບລັດຖະບານ ຂອງບັນດາປະເທດສະມາຊິກ EU ໄດ້ໜູນຊ່ວຍເງິນຈຳນວນຫຼາຍ ກ່ວາ 27,6 ຕື້ ດົ່ງໃຫ້ແກ່ນະຄອນດ່ານັ້ງ ເພື່ອປະຕິບັດ ໂຄງການ 21 ແຫ່ງ. ທ່ານ ຮິ່ງດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຖືວ່າ:

ການພົວພັນລະຫວ່າງທ້ອງຖິ່ນ EU ແລະ ດ່ານັ້ງ ໄດ້ສຸມໃສ່ເຂົ້າບັນດາໂຄງການຢ່າງລະອຽດຄື: ສິ່ງແວດລ້ອມ, Startup, ປ່ຽນແປງໃໝ່ປະດິດຄິດສ້າງ, ນະຄອນອັດສະລິຍະ ແລະ ຄຸ້ມຄອງຕົວເມືອງ. ຕະຫຼາດເອີລົບກໍ່ແມ່ນຕະຫຼາດສົ່ງອອກຕົ້ນຕໍຂອງດ່ານັ້ງ. ນີ້ແມ່ນຄັ້ງທຳອິດທີ່ຄະນະປະຕິບັດງານໄດ້ມາຢຽມຢາມດ່ານັ້ງ ເຊິ່ງສະແດງໃຫ້ເຫັນຄວາມສົນໃຈຂອງຄະນະທີ່ມີຕໍ່ນະຄອນນີ້ ແລະ ກໍ່ແມ່ນກາລະໂອກາດເພື່ອໃຫ້ນະຄອນຊຸກຍູ້ການພົວພັນຄູ່ຮ່ວມມື.

ທີ່ການໂອ້ລົມສົນທະນາ, ທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ສະຫະພາບ ເອີລົບປະຈຳຫວຽດນາມ ແລະ ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະຫະພາບ ເອີລົບ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ດ່ານັ້ງ ກັບທ້ອງຖິ່ນບັນດາປະເທດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ