ເຊື່ອມຕໍ່ການທ່ອງທ່ຽວທະເລບັນດາແຂວງພາກໃຕ້ຫວຽດນາມ,ກຳປູເຈຍແລະໄທ

 ເຊື່ອມຕໍ່ການທ່ອງທ່ຽວທະເລບັນດາແຂວງພາກໃຕ້ຫວຽດນາມ,ກຳປູເຈຍແລະໄທ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 24/8, ຢູ່​ແຂວງ Kohkong ປະ​ເທດ ກຳປູ​ເຈຍ, ບັນດາ​ເຈົ້າ​ໜ້າ​ທີ່​ຂະ​ແໜງ​ການທ່ອງທ່ຽວ​ປະ​ເທດ​ເຈົ້າພາບ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ແລະ ​ໄທ ​ເຫັນ​ດີ​ເປັນ​ເອກະ​ພາບ​ກໍ່ສ້າງ​ລາຍການ​ທ່ອງ​ທ່ຽວ​ທະ​ເລ​​ໂດຍ, ​ເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທ່ອງທ່ຽວ​ທະ​ເລ​ຢູ່​ພາກ​ໃຕ້ 3 ປະ​ເທດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນການດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາກົນມາ​ທ່ຽວ​ເຂດ​ທະ​ເລທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ ຂອງ 2 ປະ​ເທດ​ຫລາຍ​ຢ່າງ. ທີ່​ກອງ​ປະຊຸມ​, ​ເຈົ້າ​ໜ້າ​ທີ່​ການທ່ອງທ່ຽວ 2 ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເປີດ​ບັນດາ ລາຍການ ທ່ອງ​ທ່ຽວ​ ລວມມີ: ລາຍການ ທີ 1 ​ຈາກ​ ບາງກອກ - ຣະຍອງ – ຕຣາດ ຮອດ ກອກກົງ - ບ໋ອກກໍ ​ເປີ​ແຣ້ກ ຊີ​ຫາ​ນຸກ - ບ໋ອກກໍ ກຳປ໋ອດ - ກີ໋ບ - ຟູກ໋​ວກ - ນະຄອນ ​ໂຮ່ຈີ​ມິນ. ລາຍການ  ທີ 2 ບາງກອກ - ຣະຍອງ – ຕຣາດ - ກອກກົງ - ເປີ​ແຣ້ກ ຊີ​ຫາ​ນຸກ - ຊຽມຣຽບ. ລາຍການ ທີ 3 ນະຄອນ ໂຮ່ຈີ​ມິນ - ຟູກ໋​ວກ - ກີ໋ບ - ກຳປ໋ອດ ບ໋ອກກໍ - ຕາ​ແກວ - ພະມົມ​ເປັນ - ຊຽມຣຽບ.

        ຄາດ​ວ່າ, ກອງປະຊຸມ​ພັດທະນາ​​ແລວທ່ອງທ່ຽວທາງ​ພາກ​ໃຕ້​ຄັ້ງ​ທີ 3 ຈະ​ຖືກຈັດ​ຕັ້ງ​ໃນ​ປີ 2016 ຢູ່​ເກາະ ຟູກ໋ວກຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ