ເຊື່ອມຕໍ່ການໂອ້ລົມສົນທະນາດ້ານການເມືອງລະຫວ່າງ ລີບີ ຄືນໃໝ່ ໃນຕົ້ນເດືອນ ພະຈິກ 2020
(VOVWORLD) -ວັນທີ 11 ຕຸລາ, ທ່ານ Stephanie Williams ທູດພິເສດຂອງ ສປຊ ປະຈຳ ລີບີ, ໄດ້ປະກາດເຊື່ອມຕໍ່ການໂອ້ລົມສົນທະນາ ດ້ານການເມືອງ ລະຫວ່າງ ລີບີ ຄືນໃໝ່ໃນເດືອນພະຈິກ ປີ 2020 ເພື່ອແນໃສ່ແກ້ໄຂວິກິດການຢູ່ປະເທດອາຟຼິກກາເໜືອນີ້.
ກຳລັງສະໜັບສະໜູນລັດຖະບານໂດຍ ສປຊ ປົກປ້ອງຢູ່ ລີບີ (ພາບ: TTXVN) |
ຄະນະປະຕິບັດການສະໜັບສະໜູນຂອງສປຊ ປະຈຳ ລີບີ (MANUL) ໃຫ້ຮູ້ວ່າ ການໂອ້ລົມສົນທະນາທີ່ມີຊື່ວ່າ “ເວທີປາໄສ ໂອ້ລົມສົນທະນາດ້ານການເມືອງ ລີບີ” (FDPL) ຈະດຳເນີນຢູ່ Tunisia ຕາມຮູບການປຶກສາຫາລືດ້ານການເມືອງທາງອອນລາຍ. ເປົ້າໝາຍຂອງເວທີປາໄສໂອ້ລົມສົນທະນານີ້ແມ່ນ ສະໜັບສະໜູນ “ວິໄສທັດທີ່ກ້າວໜ້າ ແລະ ຄວາມເຫັນດີເຫັນພ້ອມ” ຈາກບັນດາການປຶກສາຫາລືດ້ານການເມືອງ ລະຫວ່າງ ບັນດາປະເທດ ທີ່ໄດ້ຈັດຂຶ້ນຫວ່າງແລ້ວນີ້ ຢູ່ Montreux (ສະວິດ),Bouznika (ມາຣົກ), Cairo (ເອຢີບ).