ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) - ວັນທີ 14 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງເວທີປາໄສເຊື່ອມຕໍ່ນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນໃນຂົງເຂດກະສິກຳ.

ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ເວທີປາໄສເຊື່ອມຕໍ່ນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນໃນຂົງເຂດກະສິກຳ (ພາບ: ຄະນະຈັດຕັ້ງ)

ເຖິງວ່າຖຶກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ໃນປີຜ່ານມາຂະແໜງກະສິກຳຍັງຄົງບັນລຸລະດັບສະຖິຕິໃໝ່ກ່ຽວກັບການສົ່ງອອກດ້ວຍວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸ 48,6  ຕື້ USD. ຜົນສຳເລັດນີ້ມີການປະກອບສ່ວນສຳຄັນຈາກຊາວ ຫວຽດນາມ ທີ່ອາໄສຢູ່ທຸກປະເທດໃນໂລກ. ເວທີປາໄສໄດ້ແນະນຳໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດກ່ຽວກັບກຳນົດທິດບຸລິມະສິດດຶງດູດການລົງທຶນ ແລະ ການຮ່ວມມືດຳເນີນທຸລະກິດໃນຂົງເຂດກະສິກຳປ່າໄມ້ ແລະ ສິນໃນນ້ຳ ກໍ່ຄືຄວາມສາມາດບົ່ມຊ້ອນບັນດາຜະລິດຕະພັນ OCOP. ເວທີປາໄສກໍປະກອບສ່ວນສ້າງເຄືອຂ່າຍການເຊື່ອມຕໍ່ກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການຈຳໜ່າຍ ແລະ ລົງທຶນບັນດາຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ