ເທື່ອທຽນ-ເຫວ໋ສູ້ຊົນກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ເທື່ອທຽນ - ເຫວ໋ ຫາກໍ່ປະກາດໃຊ້ແຜນການສຸມໃສ່ພັດທະນາການທ່ອງທ່ຽວ, ການບໍລິການຢ່າງແຮງ,
ເທື່ອທຽນ-ເຫວ໋ສູ້ຊົນກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ພາບປະກອບ

ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ ແລະ ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຂອງ ຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ເຖິງປີ 2030, ຈະກາຍສະຖານທີ່ທ່ອງທ່ຽວເທົ່າທຽມກັບບັນດານະຄອນມໍລະດົກວັດທະນະທຳໂລກ. ຮອດປີ 2030, ການທ່ອງທ່ຽວ - ບໍລິການຈະປະກອບກວ່າ 55% GDP ຂອງແຂວງ, ດຶງດູດແຂກທ່ອງທ່ຽວກວ່າ 7 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວບັນລຸປະມານ 18.000-20.000 ຕຶ້ດົ່ງ.

ເພື່ອບັນລຸໄດ້ແຜນການດັ່ງກ່າວ, ແຂວງ ເທື່ອທຽນ - ເຫວ໋ ຕ້ອງປັບປຸງ ແລະ ຍົກສູງຄຸນນະພາບ ຜະລິດຕະພັນທີ່ມີຢູ່ແລ້ວ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງຜະລິດຕະພັນການທ່ອງທ່ຽວວັດທະນະທຳ - ມໍລະດົກ; ກໍ່ສ້າງຜະລິດຕະພັນໃໝ່ຈຳນວນໜຶ່ງ; ສຸມໃສ່ລົງທຶນ ແລະ ຍົກສູງຄຸນນະພາບບັນດາການບໍລິການທ່ອງທ່ຽວ. ລະດົມທຸກແຫຼ່ງກຳລັງ ແລະ ສຸມໃສ່ຮຽກຮ້ອງບັນດານັກລົງທຶນກໍ່ສ້າງບັນດາໂຄງການຍົກລະດັບທ່າອາກາດສະຍານສາກົນ ຟູ໋ບ່າຍ; ກໍ່ສ້າງທ່າກຳ່ປັ່ນ ເຈິນໄມ ແລະ ທ່າທະເລທ່ອງທ່ຽວສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ