ເນື້ອໃນຂໍ້ຕົກລົງ ແລະ ການເຄື່ອນໄຫວຫລາຍຢ່າງໄດ້ຖືກຈັດຕັ້ງໃນຂອງເຂດ WEF

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວຂອງ ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF ASEAN 2018),
ເນື້ອໃນຂໍ້ຕົກລົງ ແລະ ການເຄື່ອນໄຫວຫລາຍຢ່າງໄດ້ຖືກຈັດຕັ້ງໃນຂອງເຂດ WEF - ảnh 1ພິທີ ເປີດສະຫຼອງການບໍລິການຂົນສົ່ງຜູ້ໂດຍສານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ຕອນບ່າຍວັນທີ 12 ກັນຍາ, ໄດ້ດຳເນີນ 17 ວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ອະນາຄົດດີຈີຕອນຂອງ ອາຊຽນ; ແງ່ຫວັງເສດຖະກິດ ອາຊີ; ຊອກຮູ້ກ່ຽວກັບອິນເຕີແນັດສັບພະສິ່ງນາໆຊະນິດ; ການຂັດແຍ້ງດ້ານການຄ້າ: ຜ່ານຜ່າຄວາມເຄັ່ງຕຶງດ້ານພູມສາດ - ເສດຖະກິດ; ສິ່ງທ້າທາຍຕໍ່ລັດທິຫລາຍຮູບຫລາຍແບບຢູ່ ອາຊຽນ; ກຳນົດທິດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ…

        ແລະກໍ່ໃນຕອນບ່າຍວັນທີ 12 ກັນຍາ, ວິສາຫະກິດ Go-Jek ຂອງປະເທດ ອິນໂດເນເຊຍ ແລະ Go-Viet ໄດ້ເປີດສະຫຼອງການບໍລິການຂົນສົ່ງຜູ້ໂດຍສານໂດຍອີງໃສ່ພື້ນຖານການປະຕິວັດອຸດສາຫະກຳ 4.0 ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.

         ແລະຕອນຄ່ຳຂອງວັນດຽວກັນ, ງານລາຕີໂຄສະນາວັດທະນະທຳ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນປະທານຈັດຕັ້ງຈະດຳເນີນຢູ່ຫໍປະຊຸມແຫ່ງຊາດ ໝີດີ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ