ເບັ໋ນແຈ ຕອບບຸນແທນຄຸນ ການປະກອບສ່ວນ ຂອງບັນດາອົງການ, ບຸກຄົນຍີ່ປຸ່ນ

ເບັ໋ນແຈ ຕອບບຸນແທນຄຸນ ການປະກອບສ່ວນ ຂອງບັນດາອົງການ, ບຸກຄົນຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ​​ວັນ​ທີ 22/12, ແຂວງເບັ໋ນ​ແຈ ​ໄດ້​ຈັດ​ເວທີ​ປາ​ໄສ​ສະ​ເຫ​ຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ເພື່ອ​​ແນ​ໃສ່ຮັບ​ຮູ້​ການ​ປະກອບສ່ວນຂອງ​ບັນດາ​ອົງການ, ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ທີ່​ມີໃຈ​ບຸນໃຈກຸສົນ ​ແລະ ວິ​ສາ​ຫະກິດ​ຍີ່ປຸ່ນ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ສືບ​ຕໍ່ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ໃນ​ຫຼາຍ​ປີຜ່ານ​ມາ, ບັນດາ​ອົງການ​ໃຈ​ບຸນ​ໃຈ​ກຸ້ສົນ, ສັງຄົມ​ຂອງ​ຍີ່ປຸ່ນ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​. ພິ​ເສດ​ແມ່ນການ​ໜູນ​ຊ່ວຍ​ດ້ານ​ສາທາລະນະ​ສຸກ​ຂອງ​ສະມາຄົມສົບແວ່ງ​ປາກ​ວີກຍີ່ປຸ່ນ, ສະມາຄົມ​​ໜູນ​ຊ່ວຍ​ເດັກນ້ອຍພິການ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ໜູນ​ຊ່ວຍ​ເດັກນ້ອຍ ແຂວງ​ເບັ໋ນ​ແຈ ​ນັບ​ພັນ​ຄົນ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ​ເບັ໋ນ​ແຈ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ບຸກຄົນ, ອົງການ​ໃຈ​ບຸນ​ໃຈ​ກຸສົນ, ສັງຄົມ​ຂອງ​ຍີ່ປຸ່ນ ທີ່​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​​ແຂວງເບັ໋ນ​ແຈ.

ຂ່າວ/ບົດ​ອື່ນ