ເປີດກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງG20

ເປີດກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງG20 - ảnh 1
ຜູຸ້ແທນເຂົ້າຮ່ວມກອງປະຊຸມ


(vovworld) – ​ວາລະ​ເປີດ​ກອງ​ປະຊຸມດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ ວັນ​ທີ 09/2015, ຢູ່​ນະຄອນຫຼວງ Lima ປະ​ເທດ ​ເປ​ຣູ, ດ້ວຍ​ເນື້ອ​ໃນ​ ສຸມ​ໃສ່​ປຶກສາ​ຫາລື​ ​ລະດັບ​ເຕີບ​ໂຕ​​ເສດຖະກິດ​ໂລກ, ພິ​ເສດ​ແມ່ນ​ໃນ​ສະພາບ​ເສດຖະກິດ​ຈີນ​ມີ​ ​ການຜັນ​ແປ​ຫຼາຍ​ຢ່າງ. ກໍ່​ຄື​ຢູ່​ທີ່​ກອງ​ປະຊຸມ​ນີ້, ບັນດາ​ຜູ້​​ແທນທີ່​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຟັງບົດ​ລາຍ​ງານ​ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ(OECD)ກ່ຽວ​ກັບ​ຂັ້ນ​ຕອນ​ການ​ໝູນ​ໃຊ້​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ພາສີ​ສາກົນ​ຢ່າງ​ແໜ້ນ​ແຟ້ນກວ່າ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ສະພາບ​ ບັນດາ​ບໍລິສັດຂອງ​ຫຼາຍ​ປະ​ເທດ​ໜີ​ພາສີ.

        ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ G20, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຍີ່ປຸ່ນ, ຜູ້​ວ່າການ​ບັນດາ​ທະນາຄານ​ສູນ​ກາງຂອງ 3 ປະ​ເທດ ຍີ່​ປຸ່ນ, ຈີນ ​ແລະ ສ.​ເກົາຫຼີ ​ໄດ້​ມີ​ການ​ພົບ​ປະ 3 ຝ່າຍ. ບັນດາ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປັບປຸງ​ບັນດາ​ຊ່ອງ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ພ້ອມ​ທັງ​ປະຕິບັດ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​​ໃຫ້ມີ​ປະສິດທິ​ຜົນ ​ແລະ ທັນ​ການ, ຜ່ານ​ນັ້ນ​ຊ່ວຍ​​ໃຫ້ການເຕີບ​​ໂຕເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ​ໄປ​ຖືກ​ທິດ. 3 ປະ​ເທດ​ກໍ່​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ປັບປຸງ​ບັນດາ​ການ​ປະຕິ​ຮູບ​ທີ່​ມີ​ລັກສະນະ​ໂຄງ​ປະກອບ ​ເພື່ອ​ແນ​ໃສ່​ບັນລຸ​ການ​ເຕີບ​ໂຕ​ທີ່​ໝັ້ນຄົງ, ດຸ່ນດ່ຽງ.

 

 

ຂ່າວ/ບົດ​ອື່ນ