ເປີດການເຈລະຈາເສດຖະກິດຮອບດ້ານ ອາເມລິກາ - ຈີນ

(VOVWORLD) - ວັນທີ 19 ກໍລະກົດ, ອາເມລິກາ ແລະ ຈີນ ເປີດຮອບເຈລະຈາເສດຖະກິດຮອບດ້ານ ເພື່ອແນໃສ່ຊອກຫາວິທີຊຸກຍູ້ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າ 2 ຝ່າຍ
ເປີດການເຈລະຈາເສດຖະກິດຮອບດ້ານ ອາເມລິກາ - ຈີນ - ảnh 1 ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross ກ່າວຄຳເຫັນພາຍຫລັງການເຈລະຈາ (ພາບ: AFP)

ກ່າວຄຳເຫັນທີ່ພິທີເປີດການເຈລະຈາເສດຖະກິດຮອບດ້ານ ອາເມລິກາ - ຈີນ ຈັດຕັ້ງຢູ່ນະຄອນຫລວງ ວໍຊິງຕັນ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross ໃຫ້ຮູ້ວ່າ: ໃນ 15 ປີຜ່ານມາ, ວົງເງິນການຄ້າສົ່ງອອກຂອງ ຈີນ ໄປຍັງ ອາເມລິກາ ເພີ່ມຂຶ້ນກ່ວາ 200%, ໄດ້ສ້າງລະດັບຂາດດຸ່ນການຄ້າ 309 ຕື້ USD ໃນປີ 2016, ດັ່ງນັ້ນ ການປ່ຽນແປງແມ່ນຄວາມຈຳເປັນ. ທ່ານ Ross ເນັ້ນໜັກວ່າ ນີ້ແມ່ນໄລຍະເວລາ ເພື່ອສ້າງຄວາມດຸ່ນດ່ຽງ ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຄືນໃໝ່ ຕາມວິທີ “ຍຸຕິທຳ ແລະ ສະໜິດແໜ້ນກ່ວາ” ສ່ວນທ່ານຮອງນາຍົກລັດຖະມົນຕີ ຈີນ ອ໋ວາງຢ໋າງ ເນັ້ນໜັກວ່າ ຄວາມສຳຄັນຂອງເລື່ອງ ປັກກີງ ແລະ ວໍຊິງຕັນ ເຈລະຈາ ແລະ ສົມທົບກັນ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ, ພ້ອມທັງກ່າວເຕືອນ ການສູ້ຢັນກັນພຽງແຕ່ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງທັງ 2 ຝ່າຍເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ