ເປີດຂາຍລາຍການທ່ອງທ່ຽວນັບພັນລາຍການດ້ວຍລາຄາຖືກ

ເປີດຂາຍລາຍການທ່ອງທ່ຽວນັບພັນລາຍການດ້ວຍລາຄາຖືກ - ảnh 1
ການ​ທ່ອງ​ທ່ຽວ​ຢູ່​ຍາ​ຈາງ ແຂວງ​ແຄ້ງ​ຮ່​ວາ     ( TTXVN)


vovworld)- ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ 2016 VITM ດ້ວຍ​ຫົວ​ຂໍ້ “ ຫວຽດ​ນາມ-ແດນ​ສະ​ຫວັນ​ທ່ອງ​ທ່ຽວ​ເຂດ​ຫມູ່​ເກາະ​ທະ​ເລ ” ດຳ​ເນີນ​ແຕ່​ວັນ​ທີ 14-17/4 ຢູ່​ຮ່າ​ໂນ້ຍ. ໃນ​ວັນ​ທີ 15/4, ບັນ​ດາ​ຫົວ​ໜ່ວຍ​ຈະ​ຈ້າວ​ຂາຍ​ລາຍ​ການ​ທ່ອງ​ທ່ຽວ​ດ້ວຍ​ລາ​ຄາ​ຖືກ​ນັບ​ພັນ​ລາຍ​ການ​ຢູ່​ຕາມ​ຮ້ານ​ວາງ​ສະ​ແດງ. ຄາດ​ວ່າ​ຈະ​ມີ​ວິ​ສາ​ຫະ​ກິດ 3000 ແຫ່ງ​ຈະ​ເຂົ້າ​ຮ່ວມ​ໃນ ງານ​ຕະຫຼາດ​ນັດ ແລະ ​ມ​ີ​ແຂກ​ທ່ອງ​ທ່ຽວ​ປະ​ມານ 62.000 ເທື່ອ​ຄົນ​ຈະມາ​ຢ້ຽມຊົມ ແລະ ຊື້​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ດ້​ວຍ​ລາ​ຄາ​ຖືກ​ຊຶ່ງນອນ​ໃນ​ລາຍ​ການ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ດ້ານ​ການ​ທ່ອງ​ທ່ຽວ. ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ຄາດ​ຄະ​ເນ​ວ່າ ຈະ​ຂາຍ​ປີ້​ຍົນ​ດ້ວຍນ​ລາ​ຄາ​ຖືກ 20.000 ປີ້...​

 

ຂ່າວ/ບົດ​ອື່ນ