ເປີດງານວາງສະແດງສິລະປະຂຽງໜັງສືຈີນອວຍພອນລະດູບານໃໝ່ປີມະແມຢູ່ຮ່າໂນ້ຍ
ງານວາງສະແດງສິລະປະຂຽງໜັງສືຈີນ,
ດ້ວຍຫົວຂໍ້ວ່າ “ສົ່ງເສີມການຮຽນ“
(ພາບ: phapluatxahoi.vn)
(vovworld) - ວັນທີ 12/2, ຢູ່ເຂດໜອງວັນ, ຂຶ້ນກັບບໍລິເວນວັນມ໋ຽວ - ກວົກຕືຢາມ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໄດ້ ເປີດງານວາງສະແດງສິລະປະຂຽນໜັງສືຈີນ, ດ້ວຍຫົວຂໍ້ວ່າ “ສົ່ງເສີມການຮຽນ“ ນີ້ແມ່ນການເຄື່ອນໄຫວໃນຂອບເຂດງານບຸນສິລະປະຂຽນໜັງສືຈີນອວຍພອນລະດູບານໃໝ່ປີມະແມ 2015. ງານວາງສະແດງ ໄດ້ແນະນຳຮູບຕົວໜັງສືຈີນ 70 ກວ່າຮູບ ຂອງບັນດາສະໂມສອນສິລະປະຂຽນໜັງສືຈີນຢູ່ຮ່າໂນ້ຍ, ເຊິ່ງແມ່ນບັນດາຄຳເວົ້າທີ່ມີຊື່ສຽງ, ຄຳສັ່ງສອນ, ວັນນະຄະດີກາບກອນ… ຂອງບັນພະບຸລຸດກ່ຽວກັບຫົວເລື່ອງສົ່ງເສີມການຮຽນຜ່ານໄລຍະປະຫວັດສາດຕ່າງໆ.
ງານວາງສະແດງສິລະປະຂຽນໜັງສືຈີນດ້ວຍຫົວຂໍ້ “ສົ່ງເສີມການຮຽນ“, ຈະປະກອບສ່ວນສົ່ງເສີມ, ປຸກລະດົມຈິດໃຈບືນຕົວຂຶ້ນໃນການຮຳ່ຮຽນຂອງຊາວຫວຽດນາມ ລຸ້ນຕ່າງໆ, ພິເສດແມ່ນລຸ້ນໜຸ່ມ.