ຊຸດຝຶກອົບຮົມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
|
(vovworld) – ນັກຂ່າວ, ບັນນາທິການຂອງອົງການສື່ມວນຊົນເກືອບ 20 ແຫ່ງພວມໄດ້ເຂົ້າຮ່ວມມື “ຊຸດຝຶກອົບຮົມສື່ສານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສຶກສາເດັກຍິງ ແລະ ແມ່ຍິງ” ຈັດຕັ້ງຢູ່ ຮ່າໂນ້ຍ ໃນເວລາ 2 ວັນ (20 ແລະ 21/9). ນີ້ແມ່ນການເຄ່ື່ອນໄຫວນອນໃນຂອບເຂດໂຄງການ “ຂໍ້ລິເລີ່ມຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສຶກສາໃຫ້ແກ່ເດັກຍິງຢູ່ ຫວຽດນາມ: ມອດສິດໃຫ້ແກ່ເດັກຍິງ ແລະ ແມ່ຍິງເພື່ອສັງຄົມມີຄວາມຍຸຕິທຳກ່ວາ” ໂດຍກະຊວງສຶກສາ - ບຳລຸງສ້າງ, ວິທະຍຸກະຈາຍສຽງ ຫວຽດນາມ ແລະ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ. ກ່າວຄຳເຫັນທີ່ຊຸດຮຽນ, ທ່ານນາງຮ່ວາງມີງງວຽດ, ຜູ້ປະສານງານບັນດາລາຍການຖະແຫຼງຂ່າວສື່ສານຂອງ UNESCO, ໃຫ້ຮູ້ວ່າ:
“ໃນໄລຍະຜ່ານມາ, ວົງການສື່ສານ ຫວຽດນາມ ມີການປະກອບສ່ວນຫຼາຍຢ່າງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີການສຶກສາໃຫ້ເດັກຍິງ ແລະ ແມ່ຍິງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານເລື່ອງ ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສື່ສານຍັງມີຫຼາຍບົດບໍ່ທັນສະແດງໄດ້ເຖິວຈິດໃຈນີ້, ດັ່ງນັ້ນ, ພວກຂ້າພະເຈົ້າຈັດຕັ້ງຊຸດອົບຮົມນີ້ເພື່ອໃຫ້ບັນດານັກຂ່າວຍົກສູງສະຕິຄວາມຮູ້ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສຶກສາເດັກຍິງ ແລະ ແມ່ຍິງ.”