ເປີດຊຸດຮຽນພາສາຫວຽດນາມຢູ່ກະຊວງແຮງງານແລະສະຫວັດດີການສັງຄົມລາວ

ເປີດຊຸດຮຽນພາສາຫວຽດນາມຢູ່ກະຊວງແຮງງານແລະສະຫວັດດີການສັງຄົມລາວ - ảnh 1
(ເປີດຊຸດຮຽນພາສາຫວຽດນາມຢູ່ກະຊວງ
ແຮງງານແລະສະຫວັດດີການສັງຄົມລາວ)

(vovworld) – ​ຕອນ​ບ່າຍ​ວັນ​ທີ 9/11, ຢູ່​ສຳນັກງານ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ລາວ ທີ່ນະຄອນຫລວງ ວຽງ​ຈັນ, ສປປ ລາວ, ​ໄດ້​ດຳ​ເນີນ​ພິທີ​​ເປີດ​ຊຸ​ດຮຽນ​​ພາສາ ຫວຽດນາມ ​ໃຫ້​ແກ່​ພະນັກງາ​ນ, ພາລະ​ກອນ​ຂອງ​ກະຊວງ. ​ໂຄງການ​ໄດ້​ຮັບ​ການປະຕິບັດ ​ເພື່ອ​ແນ​ໃສ່​ຫັນ​ບົດ​ບັນທຶກທີ່​ໄດ້​ລົງ​ນາມ ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ສັງຄົມ ຫວຽດນາມ ​ແລະ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ລາວ ຄັ້ງ​ທີ 4 ​ເມື່ອ​ເດືອນ 4 /2015 ຜ່ານ​ມາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຄະນະ​ຈັດ​ຕັ້ງ​ຊຸດ​ຮຽນ​ໃຫ້​ຮູ້​ວ່າ, ຊຸດ​ຮຽນ​ພາສາ ຫວຽດນາມ ຢູ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ລາວ ຈະ​ດຳ​ເນີນ​ໃນ​ໄລຍະ 3 ​ເດືອນ. ຊຸດ​ຮຽນ​ທຳ​ອິດ​ມີ 55 ຄົນ​ ​ເຊິ່ງແມ່ນ​ບັນດາ​ພະນັກງານ, ພາລະ​ກອນ​ຂອງ​ບັນດາ​ຫົວໜ່ວຍ​ຂຶ້ນ​ກັບ​ກະຊວງ​ຄື: ກົມ​ຈັດ​ຕັ້ງ ​ແລະ ພະນັກ​ງານ, ຫ້ອງການ​ກະຊວງ, ຫ້ອງການ​ປະກັນ​ສັງຄົມ…ບັນດາ​ພະນັກງານ, ພາລະ​ກອນ ຈະ​ຕ້ອງຮຽນ​ຄວາມ​ຮູ້​ພື້ນຖານ​ຂອງພາສາ ຫວຽ​ດນາມ ກັບ​ຄູອາຈານ​ຂອງ​ກະຊວງ​ສຶກສາ​​ບຳລຸງ​ສ້າງ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ຊຸດ​ຮຽນ, ທ່ານ​ນາງ ​ໃບ​ຄຳ ຂັດຕິຍະ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​​ໃຫ້​ຮູ້​ວ່າ:

 

“ທ່ານ​ນາງ ​ໃບ​ຄຳ ຂັດຕິຍະ ລັດຖະມົນຕີ​ຊ່ວຍ​ວ່າ

ການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ”

ຂ່າວ/ບົດ​ອື່ນ