( vovworld ) – ວັນທີ 25/4, ຢູ່ແຂວງ Dien Bien, ປະທານປະເທດ Truong Tan Sang ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ກິດຈະກຳໂຄງຫຼັງຄາປົກຄຸມເຂດປູສະນີຍະສະຖານປະຫວັດສາດ Dien Bien Phu. ກ່າວຄຳເຫັນທີ່ພິທີ, ປະທານປະເທດ Truong Tan Sang ເນັ້ນໜັກວ່າ ວຽກງານອະນຸລັກຮັກສາບັນດາເຂດປູສະນີຍະສະຖານແມ່ນວຽກງານທີ່ມີຄວາມໝາຍ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ ນັກຮົບ ແລະ ປະຊາຊົນ ຫວຽດນາມ 10.000 ຄົນທີ່ໄດ້ເສຍສະຫຼະຊີວິດຢູ່ເຂດດິນແດນ Dien Bien ເພື່ອນຳມາເຊິ່ງໄຊຊະນະທີ່ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນລໍຄອຍ. ກິດຈະກຳນີ້ໄດ້ຮັບການກໍ່ສ້າງຂຶ້ນ ເພື່ອແນໃສ່ອະນຸລັກຮັກສາບັນດາວັດຖຸພັນໃນໄລຍະສົງຄາມຕ້ານພວກລ່າເມືອງຂຶ້ນຝະລັ່ງໃນເວລາຍາວນານ ຢູ່ສະຖານທີ່ 9 ແຫ່ງຂຶ້ນກັບຕາແສງ Muong Thanh ແລະ Thanh Truong ນະຄອນ Dien Bien Phu ເພື່ອຮັກສາບັນດາວັດຖຸພັນຂອງກອງທັບຝະຣັ່ງ ຖືກທະຫານ ຫວຽດນາມ ຍຶດໄດ້, ທຳລາຍຄື: ປືນໃຫ່ຍ, ລົດຖັງ ແລະ ຊາກເຮືອບິນ. ຍອດຄ່າໃຊ້ຈ່າຍໃນການກໍ່ສ້າງກິດຈະກຳແມ່ນປະມານ 5 ຕື້ດົ່ງ ຊື່ງໄດ້ຜັນຂະຫຍາຍການກໍ່ສ້າງນັບແຕ່ວັນທີ 25/2/2012.