ເປີດສະຫຼອງພະພຸດ ທະຮູບທອງໃຫ່ຍກ່ວາ ໝູ່ຢູ່ອາຊີຕາເວັນ ອອກສ່ຽງໃຕ້
(ພາບ: http://vnexpress.net )
(vovworld)- ວັນທີ 31/8, ຢູ່ແຂວງນາມດິ້ງ, ໄດ້ຈັດໃຫ້ມີພິທີເປີດສະຫຼອງພະພຸດທະຮູບ ທິກກາເມົານີ ເຮັດດ້ວຍທອງທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ໃນປະຈຸບັນ ຊື່ງມີຄຸນຄ່າດ້ານວັດທະນະທຳ, ຈິດວີນຍານທີ່ໃຫ່ຍຫຼວງ.
ພະພຸດທະຮູບ ທິກກາເມົານີ ມີລວງສູງ 20 ແມັດ, ມີນ້ຳໜັກ 150 ໂຕນ. ພະພຸດທະຮູບ ທິກກາເມົານີ ຖືກຖືວ່າ ແມ່ນກິດຈະກຳມີຄວາມໝາຍດ້ານຈິດວີນຍານ ແລະ ວັດທະນະທຳໃຫ່ຍຂອງແຂວງນາມດິ້ງ ຊື່ງນອນໃນຂອບເຂດທີ່ມີເນື້ອທີ່ກ້ວາງ 4800 ຕາລາງແມັດ.
ເຂົ້າຮ່ວມພິທີເປີດສະຫຼອງມີທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານເຈິ່ນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງຕຳຫຼວດ, ພະມະຫາອາຈານທິກດຶກງຽບ-ຢູ່ສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ຜູ້ຕາງໜ້າການນຳຄະນະກຳມະການ ປຊຊ ແຂວງນາມດິ້ງ ພ້ອມດ້ວຍພະສົງສາມະເນັນ, ພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ./.